ຜູ້ນຳຢູໂຣບເວົ້າເຖີງ ສິທທິມະນຸສໃນລາວ !!
13.11.2012 - 08:46:54

F-asemdroitdlhom.jpg

ຜູ້ນຳຢູໂຣບເວົ້າເຖີງ ສິທທິມະນຸສໃນລາວ !!

ປະທານ ສະພາຢູໂຣບ ທ່ານ Herman Van Rompuy (ຊ້າຍ) ທ່ານ ທອງລຸນ ສີສຸລິດ (ກາງ) ທ່ານ ທອງສິງ ທັມມະວົງ

ສິດນີ-Radio Free Asia.
2012-11-12-AFP

ຜູ້ນຳ ສະຫາພາບ ຢູໂຣບ ຍົກບັນຫາ ສິດທິມະນຸດ ໃນການ ພົບປະ ກັບນາຍົກ ຣັຖມົນຕຣີ ລາວ ກ່ອນເຂົ້າ ກອງປະຊຸມ ອາເຊັມ.
ໃນການ ພົບປະກັນ ຣະຫວ່າງ ປະທານ ສະຫະພາບ ຢູໂຣບ ທ່ານ Herman Van Rompuy ແລະ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ລາວ ໃນວັນ ທີ 4 ພຶສຈິກາ 2012 ກ່ອນ ກອງປະຊຸມ ສຸດຍອດ ອາເຊັມ ທັງສອງທ່ານ ໄດ້ໂອ້ລົມກັນ ຫລາຍຢ່າງ ແຕ່ໃນເຣື່ອງ ທີ່ສຳຄັນ ນັ້ນ ກໍແມ່ນ ກ່ຽວກັບ ບັນຫາ ສິດທິມະນຸດ ຢູ່ໃນ ສປປລາວ.
ທ່ານ ຣອມປຸຍ ໄດ້ເວົ້າເຖິງ ຄວາມສຳຄັນ ທີ່ສະພາບ ຢູໂຣບ ຕ້ອງການ ຢາກເຊື່ອມໂຍງ ເວທີ ສິດທິມະນຸດ ຢູໂຣບ-ລາວ ເຂົ້າໃນ ການພົວພັນ ຕ່າງໆກັບ ສປປລາວ ຮ່ວມທັງ ຄວາມພ້ອມ ຂອງສະພາບ ຢູໂຣບ ໃນການ ຮ່ວມມືກັບ ສປປລາວ ໃນການ ບັງຄັບໃຊ້ ກົດຣະບຽບ ດ້ານ ສິດທິມະນຸດ ທີ່ຣະບຸໄວ້ ໃນ ສິດທິ ພື້ນຖານ ຂອງ ອົງການ ສະຫະ ປະຊາຊາດ.
ການໃຫ້ສັຕຍາບັນ ຕໍ່ສົນທິ ສັນຍາ ຫ້າມການ ທາຣຸນ ນັກໂທດ ຈາກ ຣັຖບານລາວ ໃນຣະຍະ ຫລັງມານີ້ ກໍຖືກສັລເສີນ ວ່າເປັນບາດກ້າວ ອັນສຳຄັນ ໃນການ ສະແດງອອກ ເຖິງຄວາມພ້ອມ ຂອງ ສປປລາວ ໃນການ ບັງຄັບໃຊ້ ສົນທິສັນຍາ ຕ່າງໆ.
ໃນປີ 2011 ກະຊວງ ຕ່າງປະເທດ ສະຫະຣັຖ ອອກບົດ ຣາຍງານ ກ່ຽວກັບ ສິດທິມະນຸດ ໃນລາວ ວ່າ ບັນຫາດ້ານ ສິດທິມະນຸດ ທີ່ສຳຄັນ ໃນເວລານີ້ ກໍແມ່ນ ຣັຖບານລາວ ຍັງສືບຕໍ່ ປະຕິເສດ ຄຳຮຽກຮ້ອງ ຂອງ ປະຊາຊົນ ທີ່ຢາກໃຫ້ ມີການປ່ຽນແປງ ການປົກຄອງ ໃນລາວ.
ການຈັບກຸມ ຄຸມຂັງ ນັກເຄື່ອນໄຫວ ໃນລາວ ຍັງມີຢ່າງ ຕໍ່ເນື່ອງ ສະພາບການ ໃນບ່ອນກັກຂັງ ຍັງໂຫດຫ້ຽມ ແລະ ບາງຄັ້ງ ເຖີງຂັ້ນ ອັນຕຣາຍ ຕໍ່ຊິວິດ ການສໍ້ຣາສ ບັງຫລວງ ຂອງ ເຈົ້່າຫນ້າທີ່ ຕຳຣວດແລະສານ ຍັງສືບຕໍ່ ໃນລາວ.
ສປປລາວ ຍັງຂາດ ສິດທິພື້ນຖານ ຫລາຍຢ່າງ ເຊັ່ນ ການປາກເວົ້າ ສະແດງອອກ ແລະ ການຊຸມນຸ່ມ ປະທ້ວງ ເຈົ້າຫນ້າທີ່ ຮັກສາ ຄວາມປອດພັຍ ຢູ່ລາວ ຍັງທຳການ ຈັບກຸມ ຜູ້ຕ້ອງສົງສັຍ ປາສຈາກ ຫລັກຖານ ປະເພດຕ່າງໆ.
ອົງການ ສີ້ງຊອມ ດ້ານສິດທິມະນຸດ ສາກົນ ໄດ້ຮຽກຮ້ອງ ໃຫ້ຜູ້ນຳ ຢູໂຣບ ທີ່ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາເຊັມ ບັງຄັບ ໃຫ້ຣັຖບານ ສປປ ລາວ ປ່ອຍໂຕ ຫົວຫນ້າ ນັກສຶກສາ ທີ່ຖືກຈັບ ໃນປີ 1999 ທີ່ຍັງມີ ຊີວິດ ຢູ່ນັ້ນ ໃຫ້ຫມົດ.
Radio Free Asia.