ອົງການ ຂ້າຫລວງໃຫຍ່ ດ້ານ ສິດທິມະນຸດ ເປັນຫ່ວງ ກ່ຽວກັບການ ຫາຍສາບສູນ ຂອງ ນັກເຄື່ອນໄຫວ ຄົນສຳຄັນ ໃນລາວ!!
31.12.2012 - 16:23:50

ອົງການ ຂ້າຫລວງໃຫຍ່ ດ້ານ ສິດທິມະນຸດ ເປັນຫ່ວງ ກ່ຽວກັບການ ຫາຍສາບສູນ ຂອງ ນັກເຄື່ອນໄຫວ ຄົນສຳຄັນ ໃນລາວ.!!
ຖແລງການຈາກຂ້າຫຼວງໃຫຽ ດ້ານສິດທິມະນຸດ
ສິດນີ
2012-12-24



ທ່ານ Rupert Colville ໂຄສົກ ຫ້ອງການ ຂ້າຫລວງໃຫຍ່ ອົງການ ສະຫະປະຊາຊາດ ດ້ານ ສິດທິມະນຸດ ຖແລງວ່າ ພວກທ່ານ ມີຄວາມ ເປັນຫ່ວ່ງ ກ່ຽວກັບ ການ ບີບບັງຄັບ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ນັກປົກປ້ອງ ສິດທິມະນຸດ ຄົນສຳຄັນ ໃນລາວ. ທ່ານກ່າວວ່າ ຫ້ອງການ ຂ້າຫລວງໃຫຍ່ ດ້ານ ສິດທິມະນຸດ ເປັນຫວ່ງ ໃນຄວາມປອດພັຍ ຂອງທ່ານສົມພອນ ແລະ ເຊື່ອວ່າ ການລັກພາໂຕ ອາດກ່ຽວພັນ ກັບ ວຽກງານ ທາງດ້ານ ສິດທິມະນຸດ ທີ່ທ່ານເຮັດ.

ທ່ານ ສົມບັດ ຫາຍສາບສູນໄປ ໃນມື້ວັນທີ 15 ທັນວາ ປີ 2012 ໃນຂະນະທີ່ ທ່ານຂີ່ຣົຖ ກັບບ້ານ ອອກຈາກຫ້ອງການ ຣົຖຂອງທ່່ານ ສົມພອນ ຖືກສັ່ງໃຫ້ຢຸດ ໂດຍເຈົ້າຫນ້າທີ່ ຕຳຣວດ ທີ່ສະຖານີ ຕຳຣວດ ເສັ້ນທາງ ທ່າເດື່ອ ວຽງຈັນ ຫລັງຈາກນັ້ນ ຖືກນຳຂື້ນຣົຖ ໂດຍຜູ້ຊາຍ ສອງຄົນ ແລ້ວຂັບຫນີໄປ ແລະ ບໍ່ໄດ້ຮູ້ຂ່າວ ທ່ານສົມພອນ ເລີຍແຕ່ນັ້ນມາ ທັ້ງໆທີ່ມີການ ຮຽກຮ້ອງ ໃຫ້ທາງການລາວ ສືບສວນ ກ່ຽວກັບ ເຣື້ອງນີ້ ຈາກ ຫລາຍອົງກອນ.

ທ່ານ ສົມບັດ ສົມພອນ ເປັນຜູ້ສ້າງຕັ້ງ ສູນພັທນາ ຊຸມຊົນ ຊື່ງເປັນອົງການ ທີ່ບໍ່ຂື້ນກັບ ຣັຖບານ ໃນປີ 1996 ເພື່ອສົ່ງເສີມ ການສຶກສາ ການຝຶກອົບຮົມ ການພັທນາ ທີ່ຍືນຍົງ ໃຫ້ແກ່ຄົນ ລາວ ໃນເຂດ ຊົນນະບົດ ທີ່ທຸກຍາກ ໃນລາວ ຈື່ງເຮັດໃຫ້ ທ່ານໄດ້ ຮັບລາງວັນ ແມັກໄຊໄຊ ໃນປີ 2005.

ທ່ານ Colville ເວົ້າວ່າ ອົງການ ຂ້າຫລວງໃຫຍ່ ຍີນດີ ຕໍ່ຄຳຖແລງ ຂອງຣັຖບານລາວ ຫວ່າງຫລັງໆ ມານີ້ວ່າ ການສືບສວນ ຢ່າງຈິງຈັງ ກ່ຽວກັບ ເຣື້ອງນີ້ ກຳລັງດຳເນີນ ການຢູ່ ແລະ ທາງອົງການ ຢາກຮຽກຮ້ອງໃຫ້ ທາງການລາວ ເຮັດທຸກຢ່າງ ທີ່ເປັນໄປໄດ້ ເພື່ອໃຫ້ ທ່ານ ສົມບັດ ປອດພັຍ ປາສຈາກ ອັນຕຣາຍໃດໆ.