ຜູ້ຕາງໜ້າ ສະຫະພາບ ຢູໂຣບ ອອກຖແລງການ ສະແດງເຖີງ ຄວາມເປັນຫ່ວງ ນໍາການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ອະດີດ ຫົວໜ້າ ອົງການ ພັທນາ ຊຸມຊົນ ໃນລາວ!!
31.12.2012 - 16:33:41

EUF-ashton12.jpg

ຜູ້ຕາງໜ້າ ສະຫະພາບ ຢູໂຣບ ອອກຖແລງການ ສະແດງເຖີງ ຄວາມເປັນຫ່ວງ ນໍາການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ອະດີດ ຫົວໜ້າ ອົງການ ພັທນາ ຊຸມຊົນ ໃນລາວ !!

ຖແລງການຈາກຢູໂຣບ ໃນ ກໍຣະນີທ່ານສົມພອນ
ສົມເນ
2012-12-24

UN
ມາດາມ Catherine Ashton ໂຄສົກ ຕາງໜ້າ ສະຫະພາບ ຢູໂຣບ
ຣະດັບສູງ ຝ່າຍການ ຕ່າງປະເທດ ແລະ ນະໂຍບາຍ ຄວາມປອດພັຍ
ແລະ ເປັນຮອງ ປະທານ ກັມມາທິການ ຢູໂຣບ.

ໂຄສົກ ຕາງໜ້າ ສະຫະພາບ ຢູໂຣບ ຣະດັບສູງ ຝ່າຍການ ຕ່າງປະເທດ ແລະ ນະໂຍບາຍ ຄວາມປອດພັຍ ແລະ ຮອງປະທານ ກັມມາທິການ ຢູໂຣບ ມາດາມ Catherine Ashton ໄດ້ອອກ ຖແລງການ ຈາກກຸງ Brussel ເມື່ອວັນທີ່ 21 ທັນວາ 2012 ເປັນຫ່ວງນໍາ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ອະດີດ ຫົວໜ້າອົງການ ສູນຝຶກອົບຮົມ ຮ່ວມ ພັທນາຊຸມຊົນ ໃນລາວ. ໂດຍມີຂໍ້ຄວາມ ດັ່ງຕໍ່ໄປນີ້:

"ຕາງໜ້າ ຣະດັບສູງ ຢູໂຣບ ຂໍສະແດງຄວາມ ເປັນຫ່ວງ ອັນເລິກເຊິ່ງ ຕໍ່ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ທີ່ນະຄອນຫລວງ ວຽງຈັນ ເມື່ອວັນທີ່ 15 ທັນວາ 2012. ທ່ານ ສົມບັດ ສົມພອນ ເປັນສະມາຊິກ ການຈັດຕັ້ງ ອົງກອນ ປະຊາສັງຄົມລາວ ຜູ້ທີ່ໄດ້ຮັບ ລາງວັນ ແມັກໄຊໄຊ ແລະ ເປັນຜູ້ ມີຄວາມສໍາເຣັດ ໃນການເປັນ ຄູ່ຮ່ວມຈັດຕັ້ງ ເວທີ ປະຊາຊົນ ຕໍ່ ປະຊາຊົນ ເອເຊັຽ-ຢູໂຣບ ທີ່ມີຂື້ນຢູ່ ນະຄອນຫລວງ ວຽງຈັນ ກ່ອນໜ້າ ກອງປະຊຸມ ສຸດຍອດ ຜູ້ນໍາ ເອເຊັຽ-ຢູໂຣບ ເມື່ອເດືອນ ຜ່ານມານີ້. ສະຫະພາບ ຢູໂຣບ ສນັບສນູນ ແລະ ຊຸກຍູ້ ທາງການລາວ ໃນຄວາມ ພະຍາຍາມ ສືບສວນ ກໍຣະນີ ດັ່ງກ່າວ ດ້ວຍ ຈຸດປະສົງ ທີ່ແນໃສ່ ຄໍາວ່າ ຮັບປະກັນ ການກັບຄືນມາ ຂອງ ທ່ານ ສົມບັດ ສົມພອນ ເພື່ອເຕົ້າໂຮມ ກັບຄອບຄົວ"

ນັບຕັ້ງແຕ່ ວັນທີ່ 15 ທັນວາ 2012 ມີຫລາຍ ອົງການ ນານາຊາຕ ໄດ້ອອກ ຖະແຫລງການ ສະແດງ ຄວາມເປັນຫ່ວງນໍາ ຄວາມປອດພັຍ ຂອງ ທ່ານ ສົມບັດ ສົມພອນ ເປັນຕົ້ນ 60 ກ່ວາອົງກອນ ໃນປະເທດໄທ.