61 ອົງການໃນໄທ & ຊາວໜຸ່ມຮຽກຮ້ອງໃຫ້ປ່ອຍ ທ່ານສົມບັດ ຮຽກຮ້ອງ ຕໍ່ຣັຖບານລາວ !!
31.12.2012 - 16:41:49

F-Thai-NGO12.jpg

noumforsombat.jpg

61 ອົງການໃນໄທຮຽກຮ້ອງ ຕໍ່ຣັຖບານລາວ !!
ມະນີຈັນ
2012-12-25

ອົງການ ຈັດຕັ້ງ ໃນໄທ 61 ອົງການ ຍື່ນໜັງສື ຕໍ່ສະຖານທູດ ລາວ ທີ່ບາງກອກ ເພື່ອຂໍໃຫ້ ຣັຖບານ ລາວ ເລັ່ງສືບສວນ ເຣື່ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.


RFA/Apichart

ຍານາງ ສຸນທະຣີ ຫັດຖີ ເຊັ້ງກິ້ງ ເລຂາທິການ ຄະນະກັມມະການ ປະສານງານ ຂອງ ອົງການພັທນາ ເອກກະຊົນ ຍື່ນໜັງສື ຕໍ່ທ່ານ ພູຄໍາ ຫລວງຈິນດາວົງ ເລຂາສະຖານທູດ ສປປ ລາວ ປະຈໍາບາງກອກ ປະເທດໄທ.

ຍານາງ ສຸນທະຣີ ຫັດຖີ ເຊັ້ງກິ້ງ ເລຂາທິການ ຄະນະກັມມະການ ປະສານງານ ຂອງ ອົງການ ພັທນາ ເອກກະຊົນ ແລະ ບັນດາ ຕົວແທນ ຈາກ ອົງການ ພາກປະຊາຊົນ ໄທ 61 ອົງການ ໄດ້ຍື່ນໜັງສື ຕໍ່ ສະຖານທູດ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ບາງກອກ ປະເທດໄທ ໃນຕອນເຊົ້າ ເວລາ 10:30 ຂອງ ວັນທີ 25 ທັນວາ 2012 ເພື່ອຂໍໃຫ້ ຣັຖບານ ລາວ ຮັບຮູ້ຄ ວາມເປັນຫ່ວງ ຂອງ ພວກຕົນ ແລະ ເລັ່ງສືບສວນ ເຣື່ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ອະດີດ ຫົວໜ້າອົງການ ສູນຝຶກອົບຮົມ ຮ່ວມພັທນາ ຊຸມຊົນໃນລາວ. ຍານາງ ສຸນທະຣີ ກ່າວວ່າ:

"ນາງວ່າ ທີ່ພວກເຮົາມາ ສະຖານທູດລາວ ກໍເພື່ອຍື່ນໜັງສື ຜ່ານທາງທ່ານທູດ ໃຫ້ທ່ານທູດ ໄດ້ກະຣຸນາ ນໍາຄວາມ ຫ່ວງຍັຍ ຄວາມກັງວົນໃຈ ຂອງພວກເຮົາ ໃນເຣື່ອງ ຄວາມປອດໄພ ຂອງ ທ່ານສົມບັດ ໄປຮຽນຕໍ່ ຣັຖບານລາວ ເພື່ອຂໍໃຫ້ ເລັ່ງລັດ ຕິດຕາມ ເພື່ອໃຫ້ໄດ້ຕົວ ທ່ານ ສົມບັດ ແລ້ວ ກໍກັບມາ ຢ່າງປອດໄພ".

ຍານາງ ກ່າວຕື່ມອີກວ່າ ຕອນນີ້ພວກເຮົາ ບໍ່ມີຂໍ້ມູນ ຫລື ຄວາມຄືບໜ້າ ຫຍັງກ່ຽວກັບ ທ່ານ ສົມບັດ ເລີຍ. ແຕ່ກໍມີຄວາມ ບໍ່ສະບາຍໃຈ ທີ່ເຫັນ ຣັຖບານລາວ ເວົ້າຕໍ່ ສື່ມວນຊົນລາວ ວ່າ ຣັຖບານລາວ ບໍ່ມີສ່ວນກ່ຽວຂ້ອງ ກັບການຫາຍສາບສູນ ຂອງ ທ່ານ ສົມບັດ ແລະວ່າ ມື້ນີ້ ເປັນມື້ທີ 10 ທີ່ທ່ານ ຫາຍສາບສູນ ໄປ ຍິ່ງເຮັດໃຫ້ ພວກເຮົາ ມີຄວາມ ກັງວົນໃຈ ກ່ຽວກັບ ຄວາມປອດໄພ ຂອງ ທ່ານເພີ່ມຂຶ້ນ. ຫລັງຈາກນັ້ນ ຍານາງ ກໍຍື່ນໜັງສື ໃຫ້ ທ່ານ ພູຄໍາ ຫລວງຈິນດາວົງ ເລຂາສະຖານທູດ ແລະ ທ່ານກໍຮັບເອົາ ໂດຍທີ່ບໍ່ມີ ຄວາມເຫັນ ຜ່ານສື່ມວນຊົນ ຂະນະທີ່ ທ່ານທູດ ບຸນຄໍ້າ ຕິດພາລະກິຈ ຢູ່ປະເທດລາວ.

ໃນຕອນເຊົ້າ ຂອງມື້ນີ້ ຕົວແທນຈາກ 61 ອົງການ ດັ່ງກ່າວ ໄດ້ຈັດເວທີ ອະທິບາຍ ກ່ຽວກັບ ທ່ານ ສົມບັດ ແລະ ເຜີຍແຜ່ ຜົນງານ ຂອງທ່ານ ກ່ຽວກັບ ທາງເລືອກ ແລະ ການພັທນາ ຢູ່ວັດນົບພະຄຸນ ທີ່ບາງກອກ. ຈາກນັ້ນກໍຮ່ວມກັນ ພາວະນາ ຂໍໃຫ້ພຣະ ຄຸ້ມຄອງ ທ່ານ ສົມບັດ ສົມພອນ ຈົ່ງປອດໄພ.
-----------------------------------------------------------------------------------------------------------------------------------------------
ຊາວໜຸ່ມຮຽກຮ້ອງໃຫ້ປ່ອຍ ທ່ານສົມບັດ !!
ສົມເນ
2012-12-25

ຄະນະໂຕແທນ ຊາວຫນຸ່ມ ລຸ່ມ ແມ່ນໍ້າຂອງ ຮຽກຮ້ອງ ທາງການລາວ ປ່ອຍ ທ່ານ ສົມບັດ ສົມພອນ.

RFA/Apichart

ການຮຽກຮ້ອງ ໃຫ້ປ່ອຍໂຕ ທ່ານສົມບັດ ສົມພອນ ຢູ່ຕໍ່ໜ້າ ສະຖານທູຕລາວ ທີ່ບາງກອກ ປະເທດໄທ

ໃນຕອນເຊົ້າ ຂອງ ວັນທີ່ 25 ທັນວາ 2012 ໂຕແທນ ຊາວໜຸ່ມ ລຸ່ມແມ່ນໍ້າຂອງ ລາວ ໄທ ພະມ້າ ກໍາພູຊາ ແລະ ວຽດນາມ ໄດ້ອອກຖແລງ ຢູ່ຕໍ່ໜ້າ ສະຖານທູດ ລາວ ທີ່ ບາງກອກ ຂໍໃຫ້ທາງການ ລາວ ປ່ອຍທ່ານ ສົມບັດ ສົມພອນ ອະດີດຫົວໜ້າ ອົງການ ສູນຝືກອົບຮົມ ຮ່ວມພັທນາ ຊຸມຊົນ ໃນລາວ ທີ່ ຫາຍສາບສູນ ຢ່າງໄຮ້ຮ່ອງຮອຍ. ດັ່ງໂຕແທນ ເຍົາວະຊົນ ໄດ້ກ່າວວ່າ:

"ສຽງຊາວໜຸ່ມ ເຍົາວະຊົນ ຈາກລາວ ປະຊາຊົນລາວ ຕ້ອງການ ໃຫ້ມີຄວາມສງົບ ການປົກຄອງແບບ ປະຊາທິປະໄຕ ແລະ ຄວາມຍຸຕິທັມ ໃນສັງຄົມ ອັນແທ້ຈິງ. ຈົ່ງປ່ອຍໂຕ ທ່ານ ສົມບັດ ສົມພອນ ໃຫ້ເປັນອິສຣະ".

ສຽງຈາກໂຕແທນ ເຍົາວະຊົນໄທ ວ່າ ການຫາຍສາບສູນ ຂອງ ທ່ານສົມບັດ ບໍ່ຄວນເປັນ ພຽງແຕ່ຂ່າວ ຢູ່ໃນໜ້າ ໜັງສືພິມ ເທົ່ານັ້ນ ແຕ່ມັນເຮັດໃຫ້ເຮົາ ແລະ ສັງຄົມ ມີຄໍາຖາມວ່າ ມັນເປັນເຣື້ອງ ທີ່ຍຸຕິທັມ ແລ້ວບໍ່ ສໍາລັບຄົນ ທີ່ອຸທິດຊີວິດ ເຮັດໜ້າ ທີ່ປົກປ້ອງ ແລະ ຮັກສາສິດທິ ໃຫ້ຜູ້ອື່ນ ແຕ່ບໍ່ໄດ້ຮັບ ການປົກປ້ອງ ການໃຊ້ສິດທິ ຂອງຕົນເອງ.

ສຽງຈາກໂຕແທນ ເຍົາວະຊົນ ວຽດນາມ ເວົ້າວ່າ ທ່ານ ສົມບັດ ແລະ ພວກເຮົາ ຕ່າງກໍມີ ຄວາມຕ້ອງການ ສັນຕິສຸກ ເພື່ອໃຫ້ໂລກນີ້ ໜ້າຢູ່. ໂປຣດຢ່າໄດ້ ປິດຕັນໂອກາດ ໃນການສ້າງ ສັນຕິພາບ ໃຫ້ເກີດຂື້ນ ໃນໂລກຂອງເຮົາ ດັ່ງນັ້ນ ໂປຣດໃຫ້ຄວາມ ຍຸຕິທັມ ແກ່ທ່ານ ສົມບັດ ໃຫ້ທ່ານ ມີອິສຣະ ໃຫ້ມີຄວາມ ຍຸຕິທັມ ໃນໂລກໜ່ວຍນີ້ ຂໍໃຫ້ສຽງຂອງ ນັກກິຈກັມ ທ່ານນີ້ ຖືກຮັບຟັງ.

ໃນຕອນທ້າຍ ໂຕແທນ ເຍົາວະຊົນ ລຸ່ມແມ່ນໍ້າຂອງ ໄດ້ຮຽກຮ້ອງ ໃຫ້ຣັຖບານລາວ ເລັ່ງລັດ ສືບສວນ ແລະ ຊອກຫາ ທ່ານ ສົມບັດ ແລະ ຫວັງວ່າ ທ່ານສົມບັດ ຈະໄດ້ຮັບ ອິສຣະພາບ ໄດ້ກັບຄືນສູ່ ຄອບຄົວ ໃນໄວໆນີ້.


Copyright © 1998-2011 Radio Free Asia. All rights reserved.