ຄຳຮ້ອງຮຽນ ເຖິງ ຣັຖບານແຫ່ງ ສປປລາວ ຍານາງ ຊູຍເມັງ Ng Shui Meng ພັລຍາຂອງທ່ານ ສົມບັດ ສົມພອນ !!
31.12.2012 - 19:17:24

plzreturnsombathsafely311212.jpg

ຄຳຮ້ອງຮຽນ ເຖິງ ຣັຖບານແຫ່ງ ສປປລາວ
ຍານາງ ຊູຍເມັງ Ng Shui Meng
ພັລຍາຂອງທ່ານ ສົມບັດ ສົມພອນ



ຂ້າພະເຈົ້າຊື່ ນາງ ຊູຍເມັງ,ພັລຍາຂອງທ່ານ ສົມບັດ ສົມພອນ.ຂ້າພະເຈົ້າ ໄດ້ເຫັນສາມີຂອງຂ້າພະເຈົ້າ
ຊຶ່ງຂັບຣົດຈິບ ຂອງເພີ່ນນຳຫລັງຂ້າພະເຈົ້າ ໃນມື້ວັນເສົາ ວັນທີ 15 ເດືອນນທັນວາ ປີ 2012.ພວກເຮົາ
ກຳລັງເດີນທາງກັບເມືອເຮືອນເພື່ອຮັບປະທານອາຫານຄ່ຳ.ລົດຂອງເພິ່ນຍັງແລ່ນນຳຫລັງຂ້າພະເຈົ້າຢູ່ ເມື່ອ
ເວລາ 6:00 ໂມງແລງ ໄກ້ກັບປ້ອມຕຳຫລວດ ຢູ່ຖນົນທ່າເດື່ອ(ຫລັກ 3) ຫລັງຈາກນັ້ນບໍ່ນານ ຂ້າພະເຈົ້າກໍ
ບໍ່ເຫັນເພິ່ນເລີຍ.
ເມື່ອຂ້າພະເຈົ້າ ມາຮອດບ້ານແລ້ວ ກໍຍັງບໍ່ເຫັນເພິ່ນມາ,ຂ້າພະເຈົ້າ ກໍໄດ້ໂທລະສັບເຂົ້າມືຖືເພິ່ນ ແຕ່ສຽງໃນ
ໂທລະສັບບອກວ່າ ໂທລະສັບໄດ້ຖືກປິດແລ້ວ.
ປະມານ 1:30 ໂມງເຊົ້າຂອງວັນດຽວກັນນັ້ນ ພວກຂ້າພະເຈົ້າ ໄດ້ພາກັນອອກໄປຊອກຫາເພິ່ນຢູ່ໃນບໍຣິເວນ
ທີ່ ຂ້າພະເຈົ້າໄດ້ເຫັນເພິ່ນຄັ້ງສຸດທ້າຍນັ້ນ ແລະໄດ້ໄປ ໂຮງພະຍາບານຫລາຍໆແຫ່ງໃນນະຄອນຫລວງ ແຕ່ບໍ່
ເຫັນເພິ່ນເລີຍ.
ໃນຕອນຄ່ຳຂອງ ມື້ວັນທີ 16 ທັນວາ ພວກຂ້າພະເຈົ້າໄດ້ໄປແຈ້ງ ການຫາຍຕົວຂອງຜູ້ກ່ຽວຕໍ່ອຳນາດການ
ປົກຄອງບ້ານ ແລະ ຕຳຫລວດ ແລະກໍໄດ້ອອກໄປຊອກຫາເພິ່ນອີກ ຕາມໂຮງພະຍາບານໝົດທຸກບ່ອນ.
ໃນຕອນເຊົ້າ ວັນຈັນ ທີ 17 ທັນວາ ພວກຂ້າພະເຈົ້າ ໄດ້ໄປສະຖານີຕຳຫລວດກຳແພງເພື່ອສະເໜີ ໃຫ້ພວກ
ເພິ່ນດວດກ້ອງ ວົງຈອນປິດ ຊຶ່ງຖືກບັນທຶກໄວ້ ໃນຕອນ 6:00 ໂມງແລງ.
ພວກຂ້າພະເຈົ້າໄດ້ເຫັນ ເຈົ້າໜ້າທີ່ຕຳຫລວດ ຢຸດລົດສາມີຂອງຂ້າພະເຈົ້າ ຢູ່ສະຖານີຕຳຫລວດທາງທ່າເດື່ອ
ເວລາ 6:30 ຕອນແລງ.ແລ້ວພວກເຮົາກໍໄດ້ເຫັນເພິ່ນອອກຈາກລົດ ຈິບຂອງເພິ່ນ ແລ້ວຖືກພາຕົວເຂົ້າ
ໄປໃນສະຖານີຕຳຫລວດແຫ່ງນັ້ນ.ຕໍ່ມາພວກເຮົາກໍໄດ້ເຫັນ ຄົນຜູ້ນຶ່ງຂີ່ລົດຈັກມາຈອດ ໄວ້ຢູ່ສະຖານີຕຳຫລວດ
ແລ້ວກໍຂຶ້ນຂັບລົດ ຈິບຂອງສາມີຂ້າພະເຈົ້າໄປ.ຕໍ່ມາກໍໄດ້ມີລົດກະບະຄັນນຶ່ງ ເປີດໄຟສັນຍານມາແລະຢຸດຢູ່ສະ
ຖານີຕຳຫລວດແຫ່ງນັ້ນ.ແລະພວກເຮົາກໍໄດ້ເຫັນ ສອງຄົນຈັບ ສາມີຂອງຂ້າພະເຈົ້າ ຂຶ້ນລົດຄັນດົ່ງກ່າວແລ້ວຂັບອອກໄປ.
ໃນວັນມີ 17 ທັນວາ ຂ້າພະເຈົ້າ ໄດ້ຂຽນຈົດໝາຍ ຫາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສງົບ ໂດຍໄດ້ເລົ່າ
ເຖິງເຫດການທີ່ ຂ້າພະເຈົ້າໄດ້ເຫັນ ຢູ່ໃນບັນທຶກຂອງກ້ອງວົງຈອນປິດນັ້ນ ໂດຍຂໍຮ້ອງຄວາມຊ່ວຍເຫລືອຈາກເພິ່ນ
ໃຫ້ກວດກາເບິ່ງ ເຫດການດັ່ງກ່າວ.
ໃນວັນທີ 18 ທັນວາ,ຂ້າພະເຈົ້າໄດ້ຂຽນຈົດໝາຍສະບັບນື່ງເຖິງທ່ານ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ໂດຍ
ສເນີໃຫ້ເພີ່ນໃຫ້ຂໍ້ມູນຕ່າງໆ ກ່ຽວກັບການຫາຍຕົວຂອງສາມີຂ້າພະເຈົ້າ.
ຂ້າພະເຂົ້າ ຂໍຮຽກຮ້ອງເຖິງຣັຖບານແຫ່ງ ສປປລາວ ຈົ່ງໄດ້ກວດກາເບິ່ງການຫາຍຕົວຂອງສາມີ ຂ້າພະເຈົ້າໃຫ້ໄວທີ່ສຸດ
ເທົ້າມີ່ຈະໄວໄດ້ ພ້ອມທັງແຈ້ງຂ່າວໃຫ້ຮູ້ວ່າ ສາມີຂອງຂ້າພະເຈົ້າ ຖືກກັກຕົວໄວ້ແຫ່ງໃດແລະໃຫ້ຮັບປະກັນຄວາມປອດໄພຂອງເພີ່ນດ້ວຍ.
(ແປຈາກ ພາສາອັງກິດ)