ຣັຖສະພາ ສະຫະພາບ ຢູໂຣບ ມີຄວາມ ວິຕົກກັງວົນ ໃນເຣື່ອງ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ !!
09.02.2013 - 11:29:31



ຜູ້ນໍາລາວຕ້ອງໂປ່ງໃສ ເຣື້ອງ ທ.ສົມບັດ !!
ຣັຖສະພາ ສະຫະພາບ ຢູໂຣບ ມີຄວາມ ວິຕົກກັງວົນ ໃນເຣື່ອງ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຄົນສໍາຄັນ ຂອງລາວ.
---------------------------------------------------------------------------------------------------------------------------------------------

EU
ມາດາມ Catherine Ashton ຜູ້ຕາງໜ້າ ຂັ້ນສູງຝ່າຍ ນະໂຍບາຍ ການຕ່າງປະເທດ ຂອງ ສະຫະພາບ ຢູໂຣບ.
----------------------------------------------------------------------------------------------------------------------------------------------
ຣັຖສະພາ ຢູໂຣບ ປະກາດ ໃນວັນພະຫັດ ທີ 8 ກຸມພາ 2013 ນີ້ວ່າມີຄວາມ ວິຕົກກັງວົນ ເປັນຢ່າງຍິ່ງ ໃນເຣື່ອງ ການຫາຍສາບສູນ ຂອງນັກພັທນາ ດີເດັ່ນໃນລາວ ຄືທ່ານ ສົມບັດ ສົມພອນ. ໃນມະຕິ ທີ່ທາງຣັຖສະພາ ຢູໂຣບ ຮັບຮອງເອົານັ້ນ ໄດ້ມີການ ຮຽກຮ້ອງ ໃຫ້ທາງການລາວ ດໍາເນີນ ການສືບສວນ ສອບສວນ ກ່ຽວກັບ ເຣື່ອງນີ້ ຢ່າງຮີບດ່ວນ ໂປ່ງໃສ ແລະຣະອຽດ. ມະຕິ ຂອງສະພາຢູໂຣບ ຍັງຮຽກຮ້ອງ ຢາກເຫັນ ທ່ານສົມບັດ ສົມພອນ ກັບຄືນມາຫາ ຄອບຄົວ ຢ່າງຮີບດ່ວນ ແລະ ປອດພັຍ.
ທ່ານສົມບັດ ສົມພອນ ອາຍຸ 62 ປີ ຜູ້ກໍ່ຕັ້ງ ສູນອົບຮົມ ເພື່ອການພັທນາ ຫລືສູນ PADETC ຊຶ່ງເປັນອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ທີ່ຊຸກຍູ້ ເພື່ອການພັທນາ ຢ່າງຍືນຍົງນັ້ນ ຫາຍສາບສູນໄປ ແຕ່ວັນທີ 15 ທັນວາ 2012 ຂະນະທີ່ ທ່ານຂັບຣົດ ກັບບ້ານ ໃນນະຄອນ ຫລວງວຽງຈັນ, ຈາກກ້ອງ ວົງຈອນປິດ CCTV ທີ່ບັນທຶກພາບ ບົ່ງບອກວ່າມີ 2 ຄົນ ບໍ່ຮູ້ວ່າເປັນໃຜ ເອົາຕົວທ່ານໄປຈາກ ປົດຕໍາຣວດ ແລະແຕ່ນັ້ນມາ ກໍບໍ່ມີໃຜເຫັນ ທ່ານເລີຍ. ທາງການລາວ ຢືນຢັນ ແຕ່ວ່າຕົນ ບໍ່ມີສ່ວນ ກ່ຽວຂ້ອງໃດໆ ໃນການ ຫາຍສາບສູນ ຂອງ ທ່ານສົມບັດ ຊຶ່ງສີ່ງທີ່ສ້າງ ຄວາມຢ້ານກົວ ໃຫ້ແກ່ພາກ ປະຊາສັງຄົມ ເປັນຢ່າງຍິ່ງ ຂະນະທີ່ ສະພາຢູໂຣບ ເວົ້າວ່າ ຣັຖບານລາວ ຕ້ອງດໍາເນີນ ທຸກບາດກ້າວ ເພື່ອຍຸຕິການຈັບກຸມ ແບບບໍ່ມີ ການໄຕ່ສວນ ແລະ ກັກຂັງແບບລັບໆ.
ເມື່ອຫລາຍອາທິດ ຜ່ານມານີ້ ມາດາມ Hillary Clinton ໃນຣະຫວ່າງ ຍັງຢູ່ໃນໜ້າ ຣັຖມົນຕຣີ ການຕ່າງປະເທດ ຂອງ ສະຫະຣັຖ ແລະ ຫົວໜ້າຝ່າຍ ນະໂຍບາຍ ການຕ່າງປະເທດ ສະຫະພາບ ຢູໂຣບ Catherine Ashton ກໍໄດ້ຮຽກຮ້ອງ ໃຫ້ຣັຖບານລາວ ຮັບປະກັນ ຄວາມປອດພັຍ ຂອງທ່ານ ສົມບັດ ສົມພອນ.
Copyright © 1998-2011 Radio Free Asia. All rights reserved.