ຄອບຄົວເຮັດບຸນນໍາໂຊກ ໃຫ້ທ່ານສົມບັດ !!
24.02.2013 - 09:19:17



ຄອບຄົວເຮັດບຸນນໍາໂຊກ ໃຫ້ທ່ານສົມບັດ !!

ຄອບຄົວ ທ່ານ ສົມບັດ ສົມພອນ ເຮັດບຸນ ເພື່ອ ຂໍໃຫ້ທ່ານ ໄດ້ກັບຄືນມາ ຫາຄອບຄົວ ຢ່າງປອດພັຍ ພາຍຫລັງ ທີ່ ທ່ານ ຖືກລັກພາຕົວ ໄປໄດ້ 60 ວັນ ກໍຍັງບໍ່ມີ ຂ່າວຄືບໜ້າ.

ເປັນເວລາ 60 ກວ່າມື້ແລ້ວ ທີ່ ທ່ານ ສົມບັດ ສົມພອນ ນັກພັທນາ ຜູ້ດີເດັ່ນ ຂອງລາວ ໄດ້ຖືກ ລັກພາຕົວໄປ ແລະ ບໍ່ມີວີ່ແວວ ຫລື ຂໍ້ມູນໃດໆ ກ່ຽວກັບ ທ່ານເລີຍ ນັບຕັ້ງແຕ່ ໄດ້ເຫັນ ຄັ້ງສຸດທ້າຍ ທີ່ປ້ອມຕໍາຣວດ ຈາກ ກ້ອງວົງຈອນປິດ ຂ້າງຖນົນ ນະຄອນຫລວງ ວຽງຈັນ ວັນທີ 15 ທັນວາ 2012.

ໃນວັນທີ 17 ກຸມພາ 2013 ຍານາງ ອຶ້ງຊຸ່ຍເມັ່ງ ພັລຍາ ຂອງທ່ານ ສົມບັດ ພ້ອມດ້ວຍ ຄອບຄົວ ແລະ ອາສາສມັກ ອະດີດ ອາສາສມັກ ຈາກ ສູນອົບຮົມ ຮ່ວມພັທນາ ແລະ ຍາດພີ່ນ້ອງ ໄດ້ພາກັນ ເຮັດບຸນ ເພື່ອໃຫ້ຄຸ້ມຄອງ ຮັກສາ ທ່ານ ສົມບັດ ໃຫ້ປອດພັຍ ໃຫ້ໄດ້ ກັບຄືນມາຫາ ຄອບຄົວດ້ວຍ ສວັດດີພາບ ທຸກຢ່າງ. ອະດີດ ອາສາສມັກ ສູນອົບຮົມ ຮ່ວມພັທນາ ທ່ານນຶ່ງ ທີ່ໄດ້ ມາຮ່ວມ ງານບຸນນັ້ນ ເວົ້າວ່າ:

"ມາເຮັດບຸນ ໃຫ້ລຸງ ສັມບັດ ອີກຢ່າງນຶ່ງ ວັນທີ 17 ກຸມພາ ນີ້ກໍແມ່ນ ວັນຄ້າຍ ວັນເກີດ ຂອງລຸງ ສົມບັດ ຈຶ່ງພາກັນ ມາຮ່ວມສວດມົນ ພາວະນາ ໃຫ້ລຸງ ສົມບັດ ກັບມາບ້ານ ຢ່າງປອດພັຍ".

ພິທີທໍາບຸນ ຈັດຂຶ້ນທີ່ ວັດປ່າ ນາຄູນນ້ອຍ ເມືອງ ນາຊາຍທອງ ນະຄອນຫລວງ ວຽງຈັນ, ອະດີດ ອາສາສມັກ ເວົ້າອີກວ່າ 60 ກວ່າມື້ ຜ່ານໄປແລ້ວ ທາງການລາວ ບໍ່ມີຫຍັງ ຄືບໜ້າເລີຍ ກ່ຽວກັບ ການລັກພາຕົວ ທ່ານ ສົມບັດ ສົມພອນ.