ສົມບັດ ສົມພອນ :ອາກບິຊອບ ຕູຕູ ຮຽກຮ້ອງໃຫ້ ມີການສືບຫາ ສົມບັດ ສົມພອນ !!
25.04.2013 - 15:58:08

 

ສົມບັດ ສົມພອນ :ອາກບິຊອບ ຕູຕູ ຮຽກຮ້ອງໃຫ້ ມີການສືບຫາ ສົມບັດ ສົມພອນ !!

ໃນນາມຫ້ອງການຂອງ ທ່ານ ອາກບິຊອບ ຕູຕູ (Archbishop Tutu ຜູ້ໄດ້ຮັບລາງວັນ ໂນເບວໄພຣສ໌ ສາຂາສັນຕິພາບ) ພວກເຮົາຂໍຢືນຢັນວ່າ ໃນວັນທີ 25 ກຸມພາ 2013 ທີ່ຜ່ານມາ ອາກບິຊອບ ຕູຕູ ໄດ້ຂຽນຈົດໝາຍຮຽນເຖິງພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ສປປ ລາວ ແລະ ພະນະທ່ານ ຈູມມະລີ ໄຊຍະສອນ, ເລຂາທິການໃຫຍ່, ປະທານ ປະເທດແຫ່ງ ສປປ. ລາວ ແຕ່ວ່າ ທາງຫ້ອງການຂອງອາກບິຊອບ ຍັງບໍ່ໄດ້ຮັບການຕອບກັບແຕ່ຢ່າງໃດເລີຍ ວ່າປາຍທາງໄດ້ຮັບ ຈົດໝາຍດັ່ງກ່າວຫຼືບໍ່.

ຈົດໝາຍດັ່ງກ່າວໄດ້ກ່າວເຖິງເລື່ອງ “ການຫາຍຕົວໄປ” ຂອງຜູ້ທີ່ເຮັດວຽກເພື່ອພັດທະນາສັງຄົມ ປົກປ້ອງສິດທິມະນຸດໃນປະເທດລາວ ກໍຄື ທ່ານ ສົມບັດ ສົມພອນ.

ອາກບິຊອບໄດ້ຂຽນກ່າວເຖິງຄວາມຕັ້ງອົກຕັ້ງໃຈຂອງ ສົມບັດ ສົມພອນ ໃນການຄົ້ນຄວ້າຊອກ ຫາວິທີທາງ ຫຼຸດຜ່ອນຄວາມທຸກຍາກ ແລະ ສົ່ງເສີມການພັດທະນາແບບຍືນຍົງໃນບ້ານເກີດ ເມືອງນອນ ຂອງຕົນເອງ ແລະ ໃນຂົງເຂດພາກພື້ນ ເຊິ່ງພາຍຫຼັງໄດ້ກາຍເປັນຕົວແບບເຜີຍແຜ່ ຢ່າງເປັນວົງກວ້າງ. ສົມບັດ ໄດ້ຂະຫຍາຍຂອບເຂດວຽກງານໄປສູ່ ການຮ່ວມມືກັບພະສົງ ແລະ ພາກລັດໃນການກໍ່ຕັ້ງສູນຝຶກ ອົບຮົມ ໄວໜຸ່ມໃນດ້ານທັກສະຊີວິດ ແລະ ຈິດໃຈ ເຊິ່ງໄດ້ສົ່ງຜົນດີ ໃຫ້ແກ່ໄວໜຸ່ມໃນຂົງເຂດ ພາກພື້ນ ແລະ ໃນວົງກວ້າງ ຈຳນວນຫຼວງຫຼາຍ.

ອາກບິຊອບໄດ້ຂຽນວ່າ ການປະກອບສ່ວນຂອງສົມບັດ ແລະ ການທີ່ໄດ້ມີໂອກາດໄດ້ສະແດງ ຄວາມຄິດ ເຫັນແບບອິດສະຫຼະໃນກອງປະຊຸມພາກປະຊາຊົນເອເຊຍ-ເອີຣົບ (AEPF) ຢູ່ ນະຄອນຫຼວງ ວຽງຈັນ ເມື່ອເດືອນພະຈິກທີ່ຜ່ານມາໄດ້ເປັນວາລະທີ່ລໍ້າຄ່າສື່ໃຫ້ເຫັນເຖິງ ການມີອິດສະລະພາບທາງ ດ້ານການສະ ແດງຄວາມຄິດເຫັນໃນ ສປປ ລາວ ແລະ ກໍຍັງເປີດໂອກາດ ໃຫ້ມີການມີສ່ວນຮ່ວມໃນການ ສົນທະນາກັນ ຂອງທຸກຄົນໃນທຸກຊົນຊັ້ນໃນສັງຄົມລາວ.

“ເປັນເຫດການທີ່ເສົ້າສະຫຼົດທີ່ຄົນຜູ້ໜຶ່ງທີ່ມີຄວາມຮັກຕໍ່ປະຊາຊົນໃນປະເທດຕົນເອງຈະຕ້ອງຫາຍຕົວໄປ” ອາກບິຊອບ ໄດ້ຂຽນໄວ້ໃນຈົດໝາຍ.

“ຂ້າພະເຈົ້າຮູ້ສຶກຕົກໃຈທີ່ໄດ້ຮັບຂ່າວວ່າເປັນເວລາຫຼາຍກວ່າສອງເດືອນແລ້ວນັບແຕ່ມື້ທີ່ສົມບັດໄດ້ຫາຍຕົວໄປ ແຕ່ຂະບວນການສືບສວນຊອກຫາຕົວສົມບັດຂອງຕຳຫຼວດກໍຍັງບໍ່ສາມາດເປີດເຜີຍເບາະ ແສວ່າ ລາວຫາຍຕົວໄປໃສເຖິງແມ່ນວ່າຈະມີຂໍ້ມູນຫຼັກຖານການຫາຍຕົວໄປຈາກກ້ອງວົງຈອນປິດ ເຊິ່ງໄດ້ ສະແດງພາບໃຫ້ເຫັນວ່າເຫດການວັນທີ 15 ທັນວາ 2012 ເກີດຂື້ນທີ່ປ້ອມຕຳຫຼວດ ແລະຕາມດ້ວຍມີ ຜູ້ຊາຍສອງຄົນເອົາຕົວສົມບັດໄປກໍຕາມ”

“ຂ້າພະເຈົ້າຂໍຮຽກຮ້ອງມາຍັງລັດຖະບານແຫ່ງ ສປປ ລາວ ໃຫ້ດຳເນີນການສອບສວນຢ່າງຮີບ ດ່ວນ. ຂ້າພະເຈົ້າມີຄວາມໝັ້ນໃຈວ່າຖ້າຫາກລັດຖະບານ ແລະ ໜ່ວຍງານປ້ອງກັນຄວາມສະຫງົບເພີ່ມ ຄວາມພະຍາຍາມ ແລະ ປະສານຄວາມຮ່ວມມືກັນໃນການຊອກຫາຕົວສົມບັດ ພວກເຮົາກໍຈະພົບເຫັນ ຕົວສົມບັດ ແລະ ນຳກັບມາຫາຄອບຄົວຢ່າງປອດໄພໄດ້. ຄວາມພະຍາຍາມຢ່າງບໍ່ລົດລະດັ່ງ ກ່າວຈະສະ ທ້ອນໃຫ້ພາບລັກຂອງປະເທດລາວໃນທາງບວກຕໍ່ສາຍຕາຂອງປະຊາຄົມໂລກ ກໍຄືປະຊາຊົນ ແລະ ຜູ້ນຳຂອງ ສປປ ລາວມີຈິດໃຈຮັກໃນຄວາມສະຫງົບສຸກ”

“ເຮົາຢູ່ໃນຈັກກະວານແຫ່ງຄຸນນະທຳ. ຄວາມຍຸດຕິທຳຈະຍັງຄົງຢູ່ຕະຫຼອດການ. ບຸກຄົນທັງຫຼາຍທີ່ ເປັນຜູ້ຢູ່ເບື້ອງຫຼັງຂອງການ “ຫາຍຕົວໄປ” ຂອງຄົນດີຈະບໍ່ມີວັນລອດພົ້ນໄປໄດ້"