ອະນຸສາວະຣີ ໂຮຈິມິນ !!
03.06.2013 - 04:28:27

 

ອະນຸສາວະຣີ ໂຮຈິມິນ!!

ຊາວເມືອງ ສວັນນະເຂດ ເຫັນວ່າ ອະນຸສາວະຣີ ທ່ານ ໂຮຈິມິນ ຄວນຈະຍ້າຍ ໄປຢູ່ ນອກເມືອງ.

ປະຊາຊົນ ໃນແຂວງ ສວັນນະເຂດ ສ່ວນນຶ່ງ ເຫັນວ່າ ການກໍ່ສ້າງ ອະນຸສາວະຣີ ທ່ານ ໂຮຈິມິນ ຢູ່ກາງເມືອງ ຊຶ່ງທາງແຂວງ ໄດ້ມີການ ວາງສີລາເລິກ ກໍ່ສ້າງ ເມື່ອວັນທີ 19 ພຶສພາ 2013 ນັ້ນ ບໍ່ເໝາະສົມ ຄວນຍ້າຍໄປສ້າງ ຢູ່ນອກເມືອງ. ເຈົ້າຂອງ ທຸຣະກິດ ນາງນຶ່ງ ໃນ ເມືອງໄກສອນ ພົມວິຫານ ໃຫ້ຄວາມເຫັນ ກ່ຽວກັບ ເຣື່ອງນີ້ວ່າ:

"ມັນຈໍາເປັນບໍ່ ທີ່ວ່າ ມາສ້າງ ອະນຸສາວະຣີ ຂອງ ທ່ານ ໂຮຈິມິນ ຢູ່ກາງເມືອງ ສວັນນະເຂດ ເປັນຫັຍງຄື ບໍ່ໄປຕັ້ງຢູ່ ອອກຫ່າງ ຈາກນອກເມືອງ ແນ່ຈັກຫນ່ອຍນຶ່ງ ທັມມະດາ ຕົວເມືອງ ກາງເມືອງ ຂອງ ສວັນນະເຂດ ມັນກໍຕ້ອງ ເປັນ ອະນຸສາວະຣີ ຂອງ ປະທານ ປະເທດ ຫລື ວ່າຜູ້ສໍາຄັນ ຂອງ ສວັນນະເຂດ ເນາະ".

ນາງເວົ້າເນັ້ນ ອີກວ່າ ເຖິງຈະເຄີຍ ໄດ້ຮຽນຮູ້ ວ່າ ທ່ານໂຮຈິມິນ ເຄີຍຊ່ວຍເຫລືອ ປະເທດລາວ ແຕ່ການສ້າງ ອະນຸສາວະຣີ ຄົນວຽດນາມ ໃສ່ກາງເມືອງ ນັ້ນ ບໍ່ສົມຄວນ. ແລະ ມີ ນັກທຸຣະກິດ ຊາວເມືອງ ໄກສອນ ພົມວິຫານ ອີກຄົນນຶ່ງ ບອກວ່າ ຄວນເອົາ ງົບປະມານ ນັ້ນໄປພັທນາ ແຫລ່ງທ່ອງທ່ຽວ ພາຍໃນແຂວງ ຈະດີກວ່າ. ແຕ່ຫາກ ທາງການລາວ ເພິ່ນຕ້ອງການ ສ້າງນັ້ນ ກໍບໍ່ສາມາດ ຄັດຄ້ານໄດ້:

"ມັນກໍອິງຕາມ ຜູ້ໃຫຍ່ ເພິ່ນດອກ ອັນນັ້ນນະ ເຮັດບ່ອນ ທ່ອງທ່ຽວຫລາຍໆ ຊື້ເວລາ ນັກທ່ອງທ່ຽວໄດ້ ມັນກໍບໍ່ມີ ບ່ອນທ່ອງທ່ຽວ ຫລາຍ ແລ້ວມັນ ກໍບໍ່ມີ ຈຸດສົນໃຈ ຫລາຍປານໃດ ຄົນມາທ່ຽວ ສ່ວນຫລາຍ ມັນກໍກາຍ ໄປເລີຍ ມັນກໍບໍ່ໄດ້ ພັກແຮມ".

ໂຄງການສ້າງ ອະນຸສາວະຣີ ທ່ານ ໂຮຈິມິນ ຈະສ້າງໃສ່ ບໍຣິເວນ ທ່າດ່ານ ບ້ານ ໄຊຍະພູມ ເມືອງໄກສອນ ພົມວິຫານ ໃນເນື້ອທີ່ 960 ກວ່າ ຕາຕລາງແມັຕ ມີ ມູລຄ່າ ການກໍ່ສ້າງ 2 ພັນ 4 ຮ້ອຍລ້ານກີບ ຈະເປັນ ອະນຸສາວະຣີ ທ່ານ ໂຮຈິມິນ ແຫ່ງທີ 3 ໃນປະເທດລາວ ຕໍ່ຈາກ ນະຄອນຫລວງ ວຽງຈັນ ແລະ ແຂວງຄໍາມ່ວນ.

(RFA)---------------------------------------------------------------------------------------------------------------------------------------------------------------------------

ວີ
ຈາກ Michigan, US
ຣັຖບາລລາວ ສ້າງອະນຸສາວະຣີ ຂອງໄກສອນນີ້ ຍ້ອນແນວຄິດຂອງແກວ ເພາະວ່າຣັຖບາລລາວ ໄດ້ຂາຍປະເທດໃຫ້ແກວ ແລະ ແກວເປັນເຈົ້າຂອງ ປະເທດລາວ ແຕ່ດົນແລ້ວ ສິ່ງທີ່ຣັຖບາລລາວ ຄວນເຮັດນັ້ນຄື ເອົາຮູບພາບ ຂອງອີ່ຕາໄກສອນ ໄວ້ເທິງຫົວບ່ອນນອນ ແລ້ວເອົາດອກໄມ້ ທູບທຽນບູຊາທຸກຄືນ ເພື່ອສແດງ ຄວາມຈົງຮັກພັກດີ ຕໍ່ແກວ.... ໂອຍ ຂາຍຊາດແບບໜ້າດ້ານໆ.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]
May 30, 2013 10:27 AM
--------------------------------------------------------------------------------------------------------------------------------------------------------------------------------
Doy-Pan-Ya
ຈາກ VTE (Laos)
This is a wake up call to all Laotian Citizens. Ho-Chi-Minh Statue is the evidence/proof to show that Laos (OUR BELOVED COUNTRY) is completely belonged to Vietnam. NOW!, what should we do? we only have 2 choices.
1. Become Vietnamese's slave forever.
2. Fight to liberate our country from the Vietnamese's Neo-colonialism. GOOD LUCK.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]
May 29, 2013 05:29 PM

(
Laos has no room for a Ho Chi Minh statute. If you consider yourself a true Lao citizen, regardless of your ethnic background, it is time to defend your country.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]
May 29, 2013 10:27 AM

ຄຳພອນວົງສັວດ
ຈາກ ໄຊຍະບູຮີ
ພວກຂ້າພະເຈົ້າ ຍັງຢູ່ໄຕ້ອຳນາດ ຂອງພວກ ຫມາພານລາວແດງຢູ່ ຈ່ືງບໍ່ສາມາດ ເວົ້າຫັຽງຫລາຽ ແຕ່ວັນເວລາ ເຂົ້າມາໃກ້ທຸກທີແລ້ວ. ບໍ່ແມ່ນແຕ່ ອານຸສາວະລີ ຂອງ ບັກກີນຫມາໂຣຈີມີນເທົ່ານັ້ນ ສີຖືກເອົາໂສ້ເຫລັກ
ລາກຄໍມັນ ລົງຜື້ນດີນ ໃຫ້ປະຊາຊົນລາວ ໄດ້ຫຍຽບໜ້າມັນ. ອານຸສາວະລີ ຂອງບັກໄກສອນ ຫຼື ແກວສອນ ກໍ່ສີໄດ້ລາກຄໍມັນ ລົງດີນຄືກັນ. ໃຫ້ພວກຫມາພານ ຂອງແກວ ຫຼືພວກໂຈນປົ້ນຊາຕ ຈູມມະລີ ຕຽມຕົວຕາຽ ໄດ້ແລ້ວ
ເພາະພວກຜູ້ນຳລາວ ສະໄຫມນີ້ ລ້ວນແລ້ວເປັນເສດຖີ ຂອງໂລກ ແຕ່ປະຊາຊົນລາວ ເປັນທາຕຂອງໂລກ ທຸກຍາກຈົນ ບໍ່ມີທີ່ຢູ່ອາສັຍ.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]
May 23, 2013 10:37 AM

(
Like your comment.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]
May 28, 2013 10:29 AM

(
Nice to know that more and more people begin to feel the burdens of the LPDR oppressions. Whether something will trigger changes to the regime or not, remarks like these are long overdue.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]
May 28, 2013 10:30 AM

Ban-Nok
ຈາກ Saravan (Laos).
It's the right time for the LAO cOMMUNIST GOVERNMENT to show its real identity. They build Ho Chi Minh statue in Laos, that means Laos is under the control of Vietnamese (no independent as they've claimed). It's also a wake up call/reminder to Laotian peoples that presently our beloved country (LAOS) is completely annexed to Vietnam. I hope that some day in the near future, Laotian peoples will get re-united then fight against these evils (Lao Puppet government) and destroy this nonesense statue.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]