ຄນະຣັຖສະພາຢູໂຣບໄປລາວ !!
02.09.2013 - 17:32:24

   

ຄນະຣັຖສະພາຢູໂຣບໄປລາວ !!
2013-08-31

ຄນະຜູ້ແທນຣັຖສະພາ ຕ່າງປະເທດ ທີ່ເດີນທາງໄປ ສປປລາວ ກໍາລັງມີການ ປະຊຸມນັກຂ່າວ ທີ່ບາງກອກ ປະເທດໄທ ( RFA )
------------------------------------------------------------------------------------------------------------------------------------------------
** ບັນຫາກ່ຽວກັບ ການຫາຍສາບສູນ ຂອງທ່ານ ສົມບັດສົມພອນ ອາດເຮັດໃຫ້ຄວາມຝັນ ຂອງບັນດາຜູ້ນຳສູງສຸດ ຂອງສປປລາວ ພັງທະລາຍລົງ ແບບທີ່ພວກທ່ານຄາດຄິດບໍ່ເຖິງ ກໍເປັນໄດ້.

ຫລັງຈາກໃຊ້ເວລາຢູ່ນະຄອນຫລວງວຽງຈັນ ແຕ່ວັນທີ 25 ເຖິງວັນທີ 27 ສິງຫາ ຜ່ານມາ ສະມາຊິກຣັຖສະພາ ຝ່າຍຊ້າຍ ຂອງສະພາຢູໂຣບ ສອງທ່ານ ຊຶ່ງມີທ່ານ Soren Bo Sondergaard ແຫ່ງ Danemark ແລະ ທ່ານ Paul-Emile Dupret ແຫ່ງ Belgium ພ້ອມດ້ວຍ ທ່ານ Mugiyanto ປະທານສະຫະພັນ ຕໍ່ຕ້ານ ການບັງຄັບພາຕົວໄປ ແຫ່ງເອເຊັຍ AFAD ແລະປະທານ ສະມາຄົມ ຄອບຄົວ ຂອງ ພວກຫາຍສາບສູນ ແຫ່ງ ອິໂດເນເຊັຍ ໄດ້ຣາຍງານ ຜົນຂອງການເດີນທາງ ໄປລາວເທື່ອນີ້ ຕໍ່ສື່ມວນຊົນ ໃນມື້ວັນທີ່ 28 ສິງຫາ ຜ່ານມາ ຢູ່ທີ່ສະໂມສອນ ນັກຂ່າວຕ່າງປະເທດ ໃນບາງກອກ ຊຶ່ງໄດ້ຮັບ ຄວາມສົນໃຈ ຫລາຍຜິດປົກຕິ ດັ່ງເຫັນໄດ້ ຈາກຣາຍງານ ຂອງອົງການຂ່າວສານ ແລະສະຖານີວິທຍຸ ສຳຄັນ ເຊັ່ນ BBC ຂອງອັງກິດ ແລະ ABC ຂອງ Australia ເປັນຕົ້ນ.

ຈາກຣາຍງາຂອງ ຄນະຜູ້ແທນ ແລະຄຳຕອບ ຕໍ່ ຄຳຖາມ ຂອງບັນດານັກຂ່າວ ກໍພໍສລຸບໄດ້ວ່າ ຄນະຜູ້ແທນ ທີ່ໄດ້ພົບກັບ ຮອງປະທານ ເຈົ້າໜ້າທີ່ອາວຸໂສ ຂອງສະພາລາວ ແລະ ເຈົ້າໜ້າທີ່ ຂັ້ນສູງ ຂອງກະຊວງ ການຕ່າງ ປະເທດລາວ ພວກທ່ານຜິດຫວັງ ທີ່ບໍ່ໄດ້ຮັບ ຂໍ້ມູນໃໝ່ໃດໆເລີຍ ຍິ່ງໄປກວ່ານັ້ນ ພວກທ່ານ ຍັງຕົກໃຈ ເມື່ອໄດ້ຍິນຄວາມເວົ້າ ຂອງ ເຈົ້າໜ້າທີ່ລາວ:

“ແມ້ນແຕ່ຢູ່ກະຊວງ ຕ່າງປະເທດ ພວກເຮົາກໍໄດ້ຍິນ ຄວາມຕົວະ ທີ່ແສນຕລົກວ່າ ອາດບໍ່ແມ່ນຮູບພາບ ຂອງທ່ານສົມບັດ ທີ່ບັນທຶກ ໃນກ້ອງວົງຈອນປິດ.”

ທ່ານ Soren Bo Sondergaard ຫົວໜ້າຄນະ ອາທິບາຍ ກ່ຽວກັບເປົ້າໝາຍ ຂອງ ການເດີນທາງໄປລາວ ເທື່ອນີ້ວ່າ ເປັນການໄປຊອກ ຮິບໂຮມຂໍ້ມູນໃໝ່ ກ່ຽວກັບກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ເພື່ອສເນີແກ່ ກຸ່ມຝ່າຍຊ້າຍ ໃນຄນະຜູ້ແທນ ທາງການ ຂອງຣັຖສະພາຢູໂຣບ ທີ່ມີກຳໜົດ ຈະເດີນທາງໄປລາວ ໃນເດືອນຕຸລາ ທີ່ຈະມາເຖິງນີ້ ໂດຍຫວັງວ່າ ຈະມີຂ່າວດີ ກັບໄປສເນີ ຕໍ່ ຣັຖສະພາຢູໂຣບ ວ່າກໍຣະນີ ຂອງ ທ່ານສົມບັດ ສົມພອນ ມີຄວາມຄືບໜ້າໄປ ຢ່າງເປັນໜ້າພໍໃຈ ແລ້ວ ເພື່ອການພົບປະ ເຈຣະຈາຣະຫວ່າງ ທາງການລາວ ແລະ ຜູ້ແທນຣັຖສະພາຢູໂຣບ ໃນເດືອນຕຸລາ ຈະໄດ້ ໃຊ້ເວລາ ສົນທະນາກັນ ເຣື້ອງສຳຄັນອື່ນໆ ນອກຈາກເຣື້ອງ ຂອງ ທ່ານສົມບັດສົມພອນ ເຊັ່ນການພັທນາ ບົດບາດ ຂອງສປປລາວ ໃນເວທີສາກົນ ການປັບປຸງ ຄວາມສຳພັນ ຣະຫວ່າງລາວ ແລະບັນດາ ປະເທດສະມາຊິກ ຂອງ ສະຫະພັນຢູໂຣບ ເປັນຕົ້ນ.

ຈາກການພົບພໍ້ ກັບເຈົ້າໜ້າທີ່ ທາງການ ຜູ້ຕາງໜ້າ ປະຊາສັງຄົມ ແລະ ພັລຍາຂອງທ່ານ ສົມບັດສົມພອນ madame Shui Meng ພວກທ່ານ ກໍສລຸບໄດ້ວ່າ ຣັຖບານລາວ ບໍ່ໄດ້ພຍາຍາມ ຢ່າງແທ້ຈິງ ທີ່ຈະສືບສວນ ເຣື້ອງການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ. ທ່ານຍົກຕົວຢ່າງ ເຣື້ອງການວິຈັຍ ຣູບພາບເຫດການ ທີ່ບັນທຶກໄວ້ ໃນກ້ອງວົງຈອນປິດ ຂອງຕຳຣວດ ທີ່ທາງການລາວ ອ້າງວ່າ ບໍ່ແຈ້ງພໍ ທີ່ຈະໃຫ້ຂໍ້ມູນ ໃດໆໄດ້ ແຕ່ຫາກບໍ່ຍອມ ຮັບເອົາການ ຊ່ວຍເຫລືອ ຈາກຕ່າງປະເທດ ທີ່ມີ ຄວາມຊຳນານ ໃນດ້ານດັ່ງກ່າວ. ທ່ານ Sondergaard ເວົ້າວ່າ ໃນນາມ ທີ່ທ່ານເອງ ກໍສັງກັດຢູ່ ຝ່າຍຊ້າຍ ທ່ານເຂົ້າ ໃຈດີວ່າ ລາວ ບໍ່ຢາກຮັບ ການຊ່ວຍເຫລືອ ຈາກສະຫະຣັຖ ອະເມຣິກາ ໃນເຣື້ອງນີ້ ແຕ່ທ່ານເວົ້າວ່າ ຍັງມີອີກ ຫລາຍປະເທດ ທີ່ມີຄວາມ ສາມາດ ທີ່ຈະຊ່ວຍໄດ້ ເຊັ່ນປະເທດ ສັງຄົມນິຍົມ ໃນກຸ່ມ Scandinavia.

ໃນເມື່ອຜົນ ຂອງການເດີນທາງ ໄປລາວ ເທື່ອຫລ້າສຸດ ອອກມາດັ່ງນີ້ ທ່ານ Sondergaard ກ່າວສລຸບວ່າ ພວກທ່ານ ຈຳເປັນຕ້ອງ ສເນີໃຫ້ ກຸ່ມຝ່າຍຊ້າຍ ທີ່ຈະຮ່ວມເດີນທາງ ໄປວຽງຈັນ ໃນເດືອນຕຸລາ ຍົກເອົາບັນຫາ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ຂຶ້ນເປັນຫົວຂໍ້ ສຳຄັນ ໃນການສົນທະນາ ກັບຝ່າຍລາວ ແລະ ໃນໂອກາດ ດຽວກັນ ກໍຄວນໃຫ້ ທາງການລາວ ເຂົ້າໃຈວ່າ ການປ່ອຍໃຫ້ ກໍຣະນີ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ແກ່ຍາວໄປເລື້ອຍໆ ໂດຍຫວັງວ່າ ເວລາຈະຊ່ວຍໃຫ້ ເຣື້ອງ ຈາງຫາຍໄປນັ້ນ ເປັນຄວາມຄິດທີ່ ບໍ່ຖືກຕ້ອງ ແລະ ກົງກັນຂ້າມ ກັບ ຄວາມເປັນຈິງ:

"ພວກເຮົາ ຈຳເປັນ ຕ້ອງເວົ້າເນັ້ນວ່າ ກໍຣະນີນີ້ ຍັງຈະຖືກ ຍົກຂຶ້ນມາ ພິຈາຣະນາ ຕາບໃດ ທີ່ຍັງບໍ່ໄດ້ ຮັບການແກ້ໄຂ.”

ນອກຈາກສະມາຊິກ ສັງກັດຝ່າຍຊ້າຍ ສອງທ່ານແລ້ວ ຍັງມີຜູ້ຕາງໜ້າ ອົງການອິສຣະ NGO ຮ່ວມເດີນທາງໄປນຳ ຊຶ່ງໄດ້ແກ່ທ່ານ Mugiyanto ປະທານ ສະຫະພັນ ຕໍ່ຕ້ານ ການບັງຄັບລັກພາຕົວ ແຫ່ງ ເອເຊັຍ AFAD ທີ່ເວົ້າວ່າ:

"ກໍຣະນີ ຂອງ ທ່ານສົມບັດ ສົມພອນ ຖືກຕ້ອງ ຕາມເງື່ອນໄຂ ທຸກຢ່າງ ຂອງຜູ້ທີຖືກ ບັງຄັບລັກພາຕົວໄປ ດັ່ງບົ່ງໃວ້ໃນ ມາຕຣາສອງ ຂອງອານຸສັນຍາ ວ່າດ້ວຍການ ຕໍ່ຕ້ານ ການບັງຄັບ ລັກພາຕົວໄປ ຊຶ່ງ ສປປລາວໄດ້ລົງນາມ ເມື່ອປີ 2008 ເພາະສະນັ້ນ ໃນນາມເປັນພາຄີ ແຫ່ງ ອານຸສັນຍາ ວ່າດ້ວຍການ ຕໍ່ຕ້ານ ການບັງຄັບ ລັກພາຕົວໄປ ຢ່າງໜ້ອຍທີ່ສຸດ ຣັຖບານລາວ ກໍບໍ່ຄວນ ກະທຳສິ່ງທີ່ ຜິດກັບເປົ້າໝາຍ ແລະ ຈິຕໃຈ ຂອງອານຸສັນຍາ ທີ່ຕົນເອງ ໄດ້ລົງນາມ ໄປແລ້ວ.”

ໃນຖານະທີ່ທ່ານ ເປັນຝ່າຍ NGO ທ່ານ Mugiyanto ໄດ້ຢ້ຽມຢາມ ແລະໂອ້ລົມກັບ ຜູ້ຕາງໜ້າ NGO ແລະ ປະຊາສັງຄົມລາວ ທີ່ມີບໍ່ຫລາຍ ແລະພັລຍາ ຂອງ ທ່ານສົມບັດ ສົມພອນ madame Shui Meng. ຈາກການໂອລົມ ດັ່ງກ່າວ ທ່ານ Mugiyanto ກໍໄດ້ປະເຊີນກັບ ບັນຫາທ້າທາຍ ຊຶ່ງທ່ານຫວັງວ່າ ຈະສາມາດ ແກ້ໄຂໄດ້ ເພາະວ່າໃນລາວ ມີຄວາມຣູ້ສຶກ ທີ່ເຂົ້າໃຈກັນວ່າ ບໍ່ຄວນເວົ້າ ເຖິງເຣື້ອງ ທ່ານສົມບັດ ສົມພອນ.

ໃນຖແລງການ ທີ່ແຈກຢາຍ ໃນກອງປະຊຸມ ຖແລງຂ່າວ ມື້ວັນທີ 28 ສິງຫາ ຜ່ານມາ ຄນະຜູ້ແທນ ໄດ້ເວົ້າກັບ ທາງການລາວວ່າ ເຣື້ອງ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ມີຄວາມສຳຄັນ ຫລາຍ ແລະ ຄວນແກ້ໄຂ ຢ່າງຮີບດ່ວນ ເພາະວ່າແຕ່ລະມື້ ທີ່ຜ່ານໄປ ໂດຍບໍ່ມີ ຄໍາຕອບ ທີ່ໜ້າເຊື່ອຖືໄດ້ ມີແຕ່ຈະນຳ ຄວາມເຊື່ອມເສັຍ ຢ່າງໃຫຍ່ຫລວງ ມາສູ່ພາບພົດ ຂອງສປປລາວ ໃນເວທີສາກົນ ພ້ອມກັບ ຜົນສະທ້ອນໃສ່ ເປົ້າໝາຍເພື່ອ ອະນາຄົດ ຂອງລາວ ເຊັ່ນການເຂົ້າເປັນ ສະມາຊິກ ຊອງສະພາ ສິດທິມນຸດ ຂອງ ສະຫະປະຊາຊາຕ ການປົດຕົວເອງ ອອກຈາກບັນຊີ ປະເທດ ທີ່ທຸກຍາກ ທີ່ສຸດໃນໂລກ ແລະ ສະພາບທີ່ເປັນຢູ່ ປັດຈຸບັນ ກໍເປັນຜົນ ກະທົບກະເທືອນ ຕໍ່ຄວາມສຳພັນ ຣະຫວ່າງ ASEAN ແລະ ສະຫະພາບຢູໂຣບ ແລະ ຕໍ່ການດຳເດີນ ການຂອງ ASEM ນຳອີກດ້ວຍ.