ຣັຖບານ ສປປ ລາວ : ຈະຄຸ້ມຄອງ ຂໍ້ມູນ ຂ່າວສານ ທາງ ອິນເຕີເນັດ !!
23.09.2014 - 21:46:11

 

ຣັຖບານ ສປປ ລາວ : ຈະຄຸ້ມຄອງ ຂໍ້ມູນ ຂ່າວສານ ທາງ ອິນເຕີເນັດ !!


ໃນວັນທີ 16 ກັນຍາ 2014 ເຈົ້າໜ້າທີ່ ຈາກ ຫ້ອງວ່າການ ຣັຖບານ ສປປ ລາວ ໄດ້ ເປີດເຜີຍວ່າ ນາຍົກ ຣັຖມົນຕຣີ ທ່ານ ທອງສິງ ທຳມະວົງ ໄດ້ເຊັນ ດຳຣັດ ວ່າດ້ວຍ ການ ຄຸ້ມຄອງ ຂໍ້ມູນ ຂ່າວສານ ທາງ ອິນເຕີເນັດ ທີ່ ອອກມາສູ່ ສັງຄົມ. ດຳຣັດ ສະບັບ ເລກທີ 327/ລບ ລົງວັນທີ 16 ກັນຍາ 2014 ແລະ ຈະມີຜົນ ບັງຄັບໃຊ້ ທົ່ວ ປະເທດ ພາຍໃນ15 ວັນ ພາຍຫຼັງ ລົງລາຍເຊັນ ແລະ ປະທັບ ຕຣາ.

ຈຸດປະສົງ ຂອງ ດຳຣັດ ສະບັບນີ້ ແມ່ນ ເປັນການ ກຳນົດ ຫຼັກການ ຣະບຽບການ ແລະ ມາຕການ ໃນການ ຄຸ້ມຄອງ ຂໍ້ມູນ ຂ່າວສານ ທາງ ອິນເຕີເນັດ ເພື່ອ ຮັບປະກັນ ຄວາມໝັ້ນຄົງ ຂອງຊາດ ຄວາມສງົບ ຄວາມ ເປັນຣະບຽບ ຮຽບຮ້ອຍ ຂອງສັງຄົມ ແນໃສ່ ປົກປ້ອງ ກຽດສັກສີ ແລະ ຜົນປໂຍດ ອັນຊອບທັມ ຂອງ ຜູ້ໃຫ້ ບໍຣິການ ຜູ້ໃຊ້ ບໍຣິການ ແລະ ສັງຄົມ ປະກອບ ສ່ວນ ເຂົ້າໃສ່ ພາຣະກິຖ ປົກປັກ ຮັກສາ ແລະ ສ້າງສາ ພັທນາ ປະເທດ ຊາດ.

ຢ່າງໃດ ກໍຕາມ ຕໍ່ດຳຣັດ ສະບັບນີ້ ກໍ່ມີການ ວິພາກ ວິຈານ ກັນ ໃນສັງຄົມ ແລະ ສື່ສັງຄົມ ອອນລາຍ ຢ່າງ ກວ້າງຂວາງ ວ່າ ດຳຣັດ ມີ ລັກສນະ ຄຸມເຄືອ ເກີນໄປ ໂດຍສະເພາະ ໝວດ ທີ 5 ມາດຕຣາ 15 ແລະ16 ທີ່ ກ່າວເຖິງ ຂໍ້ຫ້າມ ຂອງ ຜູ້ປະກອບ ດ້ານ ອິນເຕີເນັດ ແລະ ຜູ້ຊົມໃຊ້ ອິນເຕີເນັດ. ຖ້າຈະມີ ການ ບັງຄັບໃຊ້ ແທ້ໆນັ້ນ ຈະຕ້ອງມີ ຫຼາຍຄົນ ຖືກດຳເນີນ ຄະດີ ມີການ ຈັບກຸມ ແລະ ຖ້າຈະເອົາ ໄປໃສ່ຄຸກ ກໍ່ຄົງຈະ ບໍ່ມີບ່ອນໄວ້ ຈັບ ປະຊາຊົນ ໄປຂັງໝົດ ແມ່ນເປັນໄປ ບໍ່ໄດ້ ແລະ ຜູ້ ປະກອບການ ໃຫ້ ບໍຣິການ ດ້ານ ອິນເຕີເນັດ ຄົງຕ້ອງຖືກ ສັ່ງປິດ ຫຼາຍແຫ່ງ. ດັ່ງ ຊາວລາວ ທ່ານໜຶ່ງ ຜູ້ຂໍສງວນ ຊື່ ໄດ້ໃຫ້ ທັສນະວ່າ:

“ແຕ່ທີ່ຈິງລະ ຖ້າ ປະຕິບັດ ຕາມດຳຣັດ ອີ່ຫຼີນີ້ ລະແມ່ນ ຄຸກ ບໍ່ມີບ່ອນ ໃສ່ຄົນຫັ້ນນະ ເຕັມແຫຼະ, ຈັບ ປະຊາຊົນ ໝົດປະເທດ ເຂົ້າຄຸກ ມັນເຮັດ ບໍ່ໄດ້”.

ໃນຂນະ ດຽວກັນ ຫຼາຍຄົນ ກໍ່ໃຫ້ຄຳເຫັນ ວ່າ ເຖິງທາງການ ຈະອອກ ດຳຣັດ ເພື່ອມາ ຄວບຄຸມ ການໃຊ້ ສື່ສັງຄົມ ອອນລາຍ ແລ້ວກໍ່ ຕາມ ກໍ່ຄົງ ຈະບໍ່ມີ ຜົນຫຍັງ ໃນຣະຍະ ມໍ່ໆນີ້ ເນື່ອງຈາກວ່າ ທາງການລາວ ຍັງບໍ່ມີ ໜ່ວຍງານ ສະເພາະ ໃນການ ກວດສອບ ຂໍ້ມູນ ຂ່າວສານ ທີ່ ເຂັ້ມແຂງເທື່ອ ເພາະ ເປັນອົງກອນ ທີ່ໃໝ່ ພະນັກງານ ກໍ່ ຫາບັນຈຸ ໃໝ່ ຍັງບໍ່ມີ ປະສົພການ ຈຶ່ງຈະບໍ່ມີ ຜົນຫຍັງ ໃນຣະຍະ ສັ້ນໆນີ້ ແຕ່ຕ້ອງໄດ້ ເບິ່ງ ໃນ ຣະຍະ ຍາວ ຊື່ງ ອາຈແມ່ນ ຣະຍະ ຂອງ ມະຕິ10.

ຖ້າຈະເບິ່ງ ໃນອີກແງ່ ໜຶ່ງ ກໍ່ຄືວ່າ ເປັນການ ອອກດຳຣັດ ມາເພື່ອ ນາບຂູ່ຊື່ໆ ເໝືອນດັ່ງ ທີ່ມີຄຳສັ່ງ ໃຫ້ ຍຸຕິ ການຕັດໄມ້ ແລະ ດຳຣັດ ວ່າດ້ວຍ ການແຈ້ງ ຊັບສິນ ຂອງ ພະນັກງານ ຣັຖກອນ ຊື່ງ ໃນ ຮູປທັມ ແລ້ວ ແມ່ນ ເຮັດບໍ່ໄດ້.

ກ່ອນໜ້ານີ້ ມີຣາຍງານ ວ່າ ທາງການລາວ ໄດ້ມີການ ຮ່ວມມື ກັບ ສປຈີນ ແລະ ສສ ວຽດນາມ ໃນການ ຄຸ້ມຄອງ ຫຼື ຄວບຄຸມ ການໃຊ່ ສື່ສັງຄົມ ອອນລາຍ ໂດຍໃຫ້ ເຫດຜົນວ່າ ການຮ່ວມມື ດັ່ງກ່າວ ຈະເປັນການ ຈັດຣະບຽບ ສັງຄົມ ໃນການໃຊ້ ສື່ສັງຄົມ ອອນລາຍ ແລະ ທັງ ເປັນການ ຮັກສາ ຄວາມໝັ້ນຄົງ ຂອງຊາດ ໄປນຳ.
(by RFA)