ສປປລາວ : ຜູ້ໃຫ້ການຊວ່ຍເຫລືອຕອ້ງພັກດັນໃຫ້ລັຖະບານສປປລາວແກ້ໄຂປັນຫາສິດ ທິມະນຸດ
29.12.2014 - 21:37:49

ສະຫະພັນສາກົນເພື່ອສິດທິມະນຸດ (FIDH)
ຂະບວນການລາວເພື່ອສິດທິມະນຸດ (ຂລສມ)

ຖແລງການຣວ່ມ
ສປປລາວ : ຜູ້ໃຫ້ການຊວ່ຍເຫລືອຕອ້ງພັກດັນໃຫ້ລັຖະບານສປປລາວແກ້ໄຂປັນຫາສິດ
ທິມະນຸດ !!
ປາຣີ 14 ພຶສະຈິກາ 2014 - ຕ່າງປະເທດທີ່ໃຫ້ການຊ່ວຍເຫລືອຄວນຈະທົບທວນຄືນ
ເຖີງເງື່ອນໄຂຂອງການຊວ່ຍເຫລືອໂດຍຣຽກຣອ້ງໃຫ້ທາງການ ສປປລາວແກ້ໄຂປັນຫາໂດຍແທ້ຈີ່ງ,
ສະຫະພັນສາກົນເພື່ອສິດທິມະນຸດແລະຂະບວນການລາວເພື່ອສິດທິມະນຸດໃດ້ກ່າວໃນສານສະບັບລົງວັນທີ່
13 ພຶສະຈິກາປີ 2014 ສົ່ງເຖີງບັນດານັກການທູດແລະອົງການທີ່ໃຫ້ການຊວ່ຍເຫລືອທີ່ນະຄອນວຽງຈັນ.
ໃນວັນທີ່ 14 ພຶສະຈິກາປີ 2014, ທາງການສປປລາວ ແລະຄນະຕ່າງປະເທດທີ່ໃຫ້ການຊວ່ຍເຫລືອມີຫມາຍ
ກໍານົດເຂົ້າຣວ່ມກອງປະຊູມໂຕະມົນທີ່ນະຄອນຫລວງວຽງຈັນຊື່ງມີເປົ້າໝາຍທົບທວນເຖີງການດາເນີນນະ
ໂຍບາຍການພັທະນາສັງຄົມແລະເສຖກິດແຫ່ງຊາດສະບັບທີ 7 ຕລອດເຖີງປັນຫາອືນ ໆ ທີ່ຢີບຍົກຂ້ືນ
ມາສົນທະນາໃນໂອກາດກອງປະຊູມໂຕະມົນເມື່ອປ ີທີ່ຜ່ານມາ, ຄັ້ງເດືອນພືສະຈິກາປີ 2013. ກອງປະຊູມໃນ
ມື້ນ້ີຍັງຈະເປັນໂອກາດໃຫ້ທັງສອງຝ່າຍໃດ້ແລກປ່ຽນຂ້ມູນແລະຄວາມຄິດຄວາມເຫັນກ່ຽວກັບຍຸທະສາດແລະ
ແຜນການພັທະນາ.
ເມື່ອບໍ່ເທົ່າໃດປີທີຜ່ານມາ, ການຊວ່ຍເຫລືອການພັທະນາ (Official DevelopmentAssistanceODA)
ໃຫ້ສປປລາວໃດ້ເພີ້ມຂ້ືນຢ່າງຕໍ່ເນື່ອງ, ເຖີງ 23% ຈາກ 630ລ້ານໂດລາສະຫະຣັດໃນປີ 2012-2013.
ແຕ່ຫນ້າເສັຽດາຍທີຄວາມປາຖນາຂອງຜູ້ໃຫ້ການຊວ່ຍເຫລືອຢາກໃຫ້ຊິວິດການເປັນຢູ່ຂອງປະຊາຊົນລາວ
ດີຂ້ືນ, ບໍ່ໃດ້ຣັບຄວາມປາຖນາດີດັ່ງດຽວກັນຈາກທາງການສປປລາວໃນການຢາກຕັ້ງໃຈສົ່ງເສີມແລະປົກ
ປອ້ງສິດທິພື້ນຖານຂອງປະຊາຊົນ, ນີຄາເວົ້າໃນຈົດຫມາຍຂອງສະຫາພັນສາກົນເພື່ອສິດທິມະນຸດແລະຂະ
ບວນການລາວເພື່ອສິດທິມະນຸດ.ໃນສປປລາວຊັບສົມບັດຈາກການຊວ່ຍເຫລືອຕ່າງປະເທດບໍ່ໃດ້ນາພາໃຫ້ຊື່ງ
ການນັບຖືສິດທິມະນຸດແຕ່ປະການໃດ. ເຖີງເວລາແລ້ວທີຜູ້ໃຫ້ການຊວ່ຍເຫລືອຈະຕອ້ງວາງເງື່ອນໄຂພັກດັນ
ໃຫ້ລັຖະບານສປປ ລາວນັບຖືສິດທິມະນຸດ. ທ່ານກາຣີມລາຣີດຈີ,ປະທານສະຫະພັນສາກົນເພື່ອສິດທິມະນຸດໃດ້ກ່າວ.
ຄວາມລົ້ມເຫລວຂອງລັຖະບານສປປລາວໃນການສືບສ່ວນຢ່າງຄັກແນ່ແລະແກ້ໄຂປັນຫາກໍຣະນີຫາຍສາບສູນ.
ເຊັ່ນກໍຣະນີ ທ່ານສົມບັດສົມພອນ ຍັງຄົງເປັນປັນຫາໃຫຍ່ອັນໜ້າວ ິຕົກກັ່ງວົນຍີ່ງໄປກົ່ວນ້ີກົດຫມາຍທີ່ຖຶກລົງມະຕິ
ເມື່ອບໍ່ນານມານ້ີ,ເພີ້ມກັບກົດຫມາຍສະບັບກອ່ນ, ຍີ່ງມີແຕ່ຈາກັດສິດທິພົລະເຣືອນແລະສິດທິການເມືອງຂອງປະຊາຊົນ.
ກົດລະບຽບໄຫມ່ສເນີໂດຍທາງການສປປລາວ, ຖ້າຜ່ານການລົງມະຕິ,ກໍ່ຈະສ້າງຜົນກະທົບທາງລົບໃຫ້ແກ່ປະຊາຊົນ
ລາວແລະອົງການນາໆຊາດໃນລາວທີ່ບໍ່ຂ້ນນາລັຖະບານ (International ບໍ່ແມ່ນລັດຖະບານອົງ -INGOs)
ພອ້ມທັງສະມາຄົມໃນລາວຊື່ງບໍ່ສແວງຫາຣາຍໃດ້ (Non Profit,ສະມາຄົມ-ປ່າສະຫງວນ).
ສະຫະພັນສາກົນເພື່ອສິດທິມະນຸດແລະຂະບວນການລາວເພື່ອສິດທິມະນຸດຣຽກຣອ້ງຕໍ່ນາໆຊາດທີ່ໃຫ້ການຊວ່ຍເຫລືອ
ລາວໃຫ້ທົບທວນເບີ່ງຄືນໄຫມ່ເຖີງເງື່ອນໄຂຂອງການຊວ່ຍເຫລືອເວັ້ນເສັຽແຕ່່ວ່າທາງການສປປລາວຍອມພະຍາຍາມ
ປະຕີບັດໃຫ້ມີການຄືບຫນ້າ,ເຊັ່ນ:ເປີດເຜີຍຂ້ມູນທີ່ຈະເຣັດສາມາດຣູ້ເຖີງຊາຕາກັມຂອງທ່ານສົມບັດສົມພອນ ແລະຜູ້ຫາຍ
ສາບສູນອື່ນໆອີກ.''ການຊວ່ຍເຫລືອຈາກນາໆຊາດແມ່ນປຽບເໝືອນບໍ່ຫັນໃຈທີ່ຂາດບໍ່ໃດ້ສໍາລັບລັຖະບານສປປລາວ.
ສນັ້ນ,ຜູ້ໃຫ້ການຊວ່ຍເຫລືອຈະຕອ້ງກ້າປະເຊີນໜ້າກັບຄວາມຈີງຂອງການລະເມີດສິດທິມະນຸດຢ່າງຫນັກຫນວ່ງ
ໃນສປປລາວແລະຈະຕອ້ງຊອກຊອ່ງທາງແກ້ໄຂບໍ່ໃຫ້ມີການລະເມີດແບບນ້ີຕໍ່ໄປອີກໃດ້.ຫາກນາໆຊາດຫລົງພິດພາດ
ບໍຂໍໃຫ້ສປປລາວແກ້ໄຂປັນຫາການລະເມີດສິດທິມະນຸດກໍ່ຈະເທົ່າກັນກັບວ່ານາໆຊາດເປັນໃຈສົມຣູ້ຣວ່ມຄິດໃນການລ່ວງ
ລະເມີດສິດທິມະນຸດໃນລາວນັ້ນເອງ'ຍານາງວະນິດາ ເທພສູວັນ ປະທານຂະບວນການລາວເພື່ອສິດທິມະນຸດໄດ້ກ່າວ.

ຕິດຕໍ່ພົວພັນ Press :
Andrea Giorgetta (English) - ໂທລະສັບ: +66 88 611 7722 (Bangkok)
Arthur Manet (ພາສາຝຣັ່ງ, ອັງກິດ, ແອສປາໂຍນ) - ໂທລະສັບ: +33 6 72 28 42 94 (ປາຣີ)
Audrey Couprie (ພາສາຝຣັ່ງ, ອັງກິດ, ແອສປາໂຍນ) - ໂທລະສັບ: +33 6 48 05 91 57 (ປາຣີ)...