ກອງປະຊຸມພາກປະຊາຊົນ ອາຊຽນ 2016 !!
08.05.2015 - 04:30:54

 

ກອງປະຊຸມພາກປະຊາຊົນ ອາຊຽນ 2016 !!

ໃນ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຢູ່ ປະເທດ ມາເລເຊັຽ ທີ່ ເລີ້ມຂຶ້ນ ແຕ່ ວັນທີ 21-24 ເມສາ 2015, ຄນະ ກັມມະການ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຍັງບໍ່ ຕັດສິນໃຈ ທີ່ ຈະຈັດ ກອງປະຊຸມ ຢູ່ ສປປ ລາວ ໃນປີ 2016 ຍ້ອນວ່າ ມີ ອົງການ ຈັດຕັ້ງ ທາງ ສັງຄົມ ຫລາຍ ອົງການ ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ຄວາມ ປອດໄພ ຂອງ ຜູ້ທີ່ຈະ ເຂົ້າຮ່ວມ ກອງ ປະຊຸມ ດັ່ງກ່າວ ໂດຍ ສະເພາະ ຜູ້ ເຂົ້າຮ່ວມ ທີ່ ເປັນ ຄົນລາວ.

ທ່ານ ແກລນ ຮັນ ເຈົ້າໜ້າທີ່ ອົງການ ຈັດຕັ້ງ ທາງ ສັງຄົມ ທີ່ ເຄີຍ ເຮັດວຽກ ຢູ່ ປະເທດ ລາວ 10 ປີ, ໄດ້ ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ເຣື້ອງນີ້ ໃນ ເວລາ ທີ່ ປະຊຸມ ກັບ ຄນະ ປະທານ ຂອງ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງລາວ ຢູ່ ໃນ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຢູ່ ປະເທດ ມາເລເຊັຽ ໃນ ວັນທີ 23 ເມສາ 2015. ທ່ານ ແກລນ ໄດ້ກ່າວ ເປັນ ພາສາລາວ ວ່າ:

"ຂ້າພະເຈົ້າ ເຂົ້າໃຈ ວ່າ ຖ້າວ່າ ຄົນ ຕ່າງ ປະເທດ ໄປ ລາວ ກະຄືຊິ ບໍ່ມີ ບັນຫາ ຂ້າພະເຈົ້າ ກະ ຄິດວ່າ ຢູ່ໃນ ເອພີແອັຟ ກະຄືຊິ ບໍ່ມີ ບັນຫາ ຫຍັງ ເນາະ ແຕ່ວ່າ ຂ້າພະເຈົ້າ ກະ ຢ້ານວ່າ ເນາະ ຖ້າວ່າ ຄົນລາວ [ຢູ່ໃນ ປະເທດ ລາວ] ໄປເວົ້າຢູ່ ໃນ ປະຊຸມ ກ່ຽວກັບ ບັນຫາ ຂອງ ລາວ ຣັຖບານ ລາວ ກະ ບໍ່ເຫັນດີ ແລະ ຊິມີ ບັນຫາ ກັບ ຜູ້ເວົ້າ".

ໝາຍຄວາມ ວ່າ ທ່ານ ເປັນຫ່ວງ ຄົນລາວ ທີ່ ຈະເຂົ້າມາ ຮ່ວມ ກອງປະຊຸມ ດັ່ງກ່າວ ນັ້ນ ຈະຖືກ ນາບຂູ່ ຖ້າວ່າ ເຂົ້າເຈົ້າ ມາເວົ້າ ໃນ ສິ່ງທີ່ ຣັຖບານ ລາວ ບໍ່ມັກ.

ສໍາລັບ ທ່ານ ຟິວ ໂຣເບິດເຊິ້ນ ຮອງ ຜູ້ ອໍານວຍການ ອົງການ ສິ້ງຊອມ ດ້ານ ສິດທິ ມະນຸດ ປະຈໍາ ເຂດ ເອເຊັຽ ກ່າວວ່າ ບັນຫາ ຂອງມັນ ກໍຄືວ່າ:

"ສິ່ງທີ່ເປັນ ຫ່ວງ ກໍຄື ຖ້າວ່າ ພວກເຮົາ ຈັດ ກອງ ປະຊຸມ ພາກ ປະຊາຊົນ ຢູ່ ໃນ ປະເທດ ລາວ ແລ້ວ ມັນຈະ ເປັນ ອັນຕະລາຍ ຕໍ່ ປະຊາຊົນ ຜູ້ທີ່ ໄປ ຍົກມື ສະແດງ ຄໍາຄິດ ຄໍາເຫັນ ກ່ຽວກັບ ບັນຫາ ເຣື້ອງ ເຂື່ອນ, ແລະ ກ່ຽວກັບ ການ ສໍາປະທານ ການ ຕັດໄມ້ ຢູ່ ຊາຍແດນ ລາວ-ວຽດນາມ, ແລະ ການເວົ້າ ກ່ຽວກັບ ການລົງທຶນ ຂອງຈີນ ຢູ່ ພາກເໜືອ ຂອງລາວ ແລະ ປະເດັນ ນີ້ ແມ່ນ ຣັຖບານ ລາວ ບໍ່ ສະດວກ ທີ່ ຈະເວົ້າ ແລະ ຣັຖບານ ກໍຈະ ໄປເອົາ ຜິດ ຜູ້ທີ່ເວົ້າ".

ທ່ານ ແກລນ ຮັນ ແລະ ທ່ານ ຟິວ ໂຣເບິດເຊິ້ນ ກໍໄດ້ ຍົກ ກໍຣະນີ ການຈັດ ກອງປະຊຸມ ພາກ ປະຊາຊົນ ເອເຊັຽ-ຢູໂຣບ ຢູ່ ປະເທດ ລາວ ໃນປີ 2012 ວ່າມີ ເຈົ້າໜ້າທີ່ ຂອງ ທາງການ ລາວ ໄປ ສອດແນມ ຢູ່ ເປັນ ຈໍານວນ ຫລາຍ ແລະ ມີການ ນາບຂູ່ ຜູ້ ເຂົ້າຮ່ວມ ຄົນລາວ ທີ່ ສະແດງ ຄໍາເຫັນ ກ່ຽວກັບ ການ ສໍາປະທານ ທີ່ດິນ.

ຕົວຢ່າງ: ມີແມ່ຍິງ ຄົນນຶ່ງ ໄດ້ອອກ ຄໍາຄິດເຫັນ ກ່ຽວກັບ ເຣື້ອງ ທີ່ດິນ ຢູ່ ກອງປະຊຸມ ຢູ່ ນະຄອນ ຫລວງ ວຽງຈັນ, ເມື່ອ ອອກ ມາຈາກ ກອງປະຊຸມ ລາວເອງ ກໍຖືກ ເຈົ້າໜ້າທີ່ ຂອງ ກະຊວງ ການ ຕ່າງ ປະເທດ ລາວ ຜູ້ນຶ່ງ ເຂົ້າມາຂູ່ ແລະ ປະນາມ ລາວ ແລະ ເວລາ ທີ່ ລາວ ກັບຮອດບ້ານ ລາວ ກໍຖືກ ເຈົ້າໜ້າທີ່ ຕໍາຣວດ ມາສອບ ປາກຄໍາ.

ນອກຈາກ ນີ້ ເຫດການ ໃນ ວັນທີ 7 ທັນວາ ປີ 2012 ກໍມີການ ເນຣະເທດ ຍາງ ນາງ ແອນນາ ໂຊຟີ ຜູ້ ອໍານວຍການ ອົງການ ເຮວວິຕັສ ປະຈໍາ ລາວ ອອກຈາກ ປະເທດ ລາວ ພາຍໃນ ເວລາ 48 ຊົ່ວໂມງ ແລະ ອີກ ກໍຣະນີ ນຶ່ງ ກໍຄື ການ ຫາຍຕົວໄປ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນ ໃນ ວັນທີ 15 ທັນວາ 2012 ຫລັງຈາກ ສິ້ນສຸດ ກອງປະຊຸມ ພາກ ປະຊາຊົນ ເອເຊັຽ-ຢູໂຣບ.

ບັນຫາ ທີ່ີ ເກີດຂຶ້ນ ຢູ່ ກອງປະຊຸມ ພາກ ປະຊາຊົນ ເອເຊັຽ-ຢູໂຣບ ໃນປີ 2012 ເປັນຕົວ ຊີ້ວັດ ໃຫ້ ເຫັນວ່າ ຜູ້ທີ່ ເຂົ້າຮ່ວມ ກອງປະຊຸມ ດັ່ງກ່າວ ທີ່ ເປັນ ຄົນລາວ ຈະຖືກ ເຈົ້າໜ້າທີ່ ຂອງຣັຖ ນາບຂູ່. ເພາະ ສະນັ້ນ ຢູ່ໃນ ກອງ ປະຊຸມ ພາກ ປະຊາຊົນ ຢູ່ ປະເທດ ມາເລເຊັຽ ທີ່ ຫາກໍ່ ຜ່ານໄປ ນັ້ນ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ອາຊຽນ ຈຶ່ງ ມີຄວາມ ເປັນຫ່ວງ ໃນ ເຣື້ອງນີ້ ແລະ ສິ່ງ ດັ່ງກ່າວ ຈຶ່ງ ເຮັດໃຫ້ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ອາຊຽນ ສະແດງ ຄວາມ ເປັນຫ່ວງ ເປັນໄຍ ທີ່ສຸດ. ແລະ ໃນ ເວລາ ດຽວກັນ ເຂົາເຈົ້າ ຕ້ອງການ ການ ຢືນຢັນ ຈາກ ຣັຖບານ ລາວ ເພື່ອ ບໍ່ໃຫ້ ເຂົ້າມາ ແຊກແຊງ ການ ຈັດ ກອງປະຊຸມ ພາກ ປະຊາຊົນ ຢູ່ລາວ ໃນປີ 2016.

ທ່ານ ເຈິຣາດ ໂຈເຊບ ປະທານ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ໄດ້ ຍົກຂຶ້ນມາ ສົນທະນາ ວ່າ ຖ້າວ່າ ຈະ ຈັດ ກອງປະຊຸມ ພາກ ປະຊາຊົນ ຢູ່ ປະເທດ ລາວ ຈະຕ້ອງ ເປັນ ເວທີ ທີ່ ທຸກຄົນ ສາມາດ ເຂົ້າມາ ເວົ້າໄດ້ ຢ່າງ ເສຣີ ແລະ ກອງປະຊຸມ ນັ້ນ ຈະຕ້ອງ ເປັນ ກອງປະຊຸມ ທີ່ ຮັບປະກັນ ຄວາມ ປອດໄພ ໃຫ້ ຜູ້ ເຂົ້າຮ່ວມ ທີ່ ເປັນ ຄົນລາວ ແລະ ທີ່ ສໍາຄັນ ກໍຄື ກອງປະຊຸມ ດັ່ງກ່າວ ຈະຕ້ອງ ບໍ່ຖືກ ແຊກແຊງ ຈາກ ຣັຖບານ ລາວ.

ຈຸດປະສົງ ຫລັກ ຂອງການ ຈັດກອງ ປະຊຸມ ພາກ ປະຊາຊົນ ກໍເພື່ອ ໃຫ້ ບັນດາ ອົງການ ຈັດຕັ້ງ ທາງ ສັງຄົມ ໄດ້ ນໍາ ສະເໜີ ບັນຫາ ທີ່ ເກີດຂຶ້ນ ເຊັ່ນ ບັນຫາ ສະພາບ ແວດລ້ອມ, ບັນຫາ ທີ່ດິນ, ບັນຫາ ເຣື້ອງ ສິດທິ ມະນຸດ ແລະ ອື່ນໆ

ແລ້ວ ຫລັງຈາກ ນັ້ນ ຢູ່ໃນ ກອງ ປະຊຸມ ພາກ ປະຊາຊົນ ຈຶ່ງ ຮວບຮວມ ເອົາ ບັນຫາ ຕ່າງໆ ທີ່ ເກີດຂຶ້ນ ກັບ ປະຊາຊົນ ເພື່ອ ຮ່າງເປັນ ຖແລງການ ອອກ ແລ້ວ ຍຶ່ນ ຖແລງການ ນັ້ນ ໃຫ້ ຣັຖບານ ທີ່ ເປັນ ເຈົ້າພາບ ຈັດ ກອງປະຊຸມ ສຸດຍອດ ອາຊຽນ. ຈາກນັ້ນ ບັນດາ ຜູ້ນໍາ ອາຊຽນ ກໍ ຈະນໍາເອົາ ບັນຫາ ດັ່ງກ່າວ ມາ ປຶກສາ ຫາລື ເພື່ອ ຫາທາງ ແກ້ໄຂ ໃຫ້ ປະຊາຊົນ ອາຊຽນ.

ໃນເວລາ ດຽວກັນ ນັກ ວິຊາການ ລາວ ທ່ານນຶ່ງ ຜູ້ທີ່ບໍ່ ປະສົງ ອອກຊື່ ກໍມີ ຄວາມ ຄິດເຫັນ ວ່າ ຖ້າວ່າ ທາງການ ລາວ ອະນຸຍາດ ໃຫ້ ຈັດ ໄດ້ ຢ່າງເສຣີ ມັນຈະເປັນ ໂອກາດ ທີ່ ຣັຖບານ ລາວ ຈະໄດ້ ແກ້ ບັນຫາ ຂໍ້ຂ້ອງໃຈ ກ່ຽວກັບ ເຣື້ອງ ສິດທິ ມະນຸດ. ດັ່ງ ທ່ານ ໄດ້ກ່າວຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ:

"ມັນເປັນ ທາງ ເລືອກ ອັນນີ້ ຄໍາຕອບ ມັນຢູ່ກັບ ຣັຖບານ ທາງເລືອກ ອັນນຶ່ງ ຖ້າວ່າ ມີການຈັດ ຢ່າງ ມີຄວາມ ໂປ່ງໄສ ຍ້ອນວ່າ ມັນ ເປັນ ໂອກາດ ທີ່ ທາງຝ່າຍ ເຮົາ (ຣັຖບານ ລາວ) ຈະໄດ້ ແກ້ໂຕ ແລ້ວ ແລະ ກະ ບໍ່ເຮັດ ຄືເກົ່າ ໃຫ້ ເອົາ ໂອກາດ ຊ໋າ ມັນ ເປັນ ໂອກາດດີ ແລ້ວ ໃຫ້ ກັບ ປະເທດ ລາວ ທີ່ຈະ ພິສູດ ເຖິງ ເຮົາມີ ຄວາມ ເຄົາຣົບ ເຮົາມີ ຄວາມ ປອດໄພ ເຮົາບໍ່ໄດ້ ນາບຂູ່ ເຮົາບໍ່ໄດ້ ຂົ່ມເຫັງ ປະຊາຊົນ ເຮົາ ບໍ່ໄດ້ ເຮັດໃຫ້ ໃຜ ຫາຍ ສາບສູນ ເປັນໂອກາດ ດີ ທີ່ສຸດ ທີ່ຈະ ເຮັດໃຫ້ ເຮົາໄດ້ ແກ້ໂຕ".

ແຕ່ ໃນ ເວລາ ດຽວກັນ ຖ້າ ບໍ່ສາມາດ ຈັດ ກອງປະຊຸມ ພາກ ປະຊາຊົນ ຢູ່ ປະເທດ ລາວ ໄດ້ ຍິ່ງ ເປັນ ຜົນຮ້າຍ ສໍາລັບ ປະເທດ, ດັ່ງ ຊ່ຽວຊານ ທ່ານ ນັ້ນ ໄດ້ ກ່າວຕື່ມ ອີກວ່າ:

"ອັນນີ້ ຈະເປັນ ຜົນ ຮ້າຍແຮງ ຄືພວກເຮົາ ບໍ່ໄດ້ ຮຽນຮູ້ ຈາກ ສິ່ງທີ່ ຜິດພາດ ແລະ ກະຍັງເຮັດ ຄວາມຜິດ ຊໍ້ ຄືນອີກ ນັ້ນ ໝາຍຄວາມ ວ່າ ແນວໃດ ໃຫ້ ຜູ້ຟັງແປ ຄວາມໝາຍ ເອົາເນາະ ວ່າ ໝາຍຄວາມ ວ່າ ແນວ ໃດ ຄັນຖ້າເຮັດ ຄວາມຜິດ ຊໍ້ແລ້ວ ຊໍ້ອີກ ການ ເປັນ ປະເທດ ໃນ ປັດຈຸບັນ ນີ້ ສະເພາະ ໃນ ປະເທດ ລາວ ເຮົາ ບໍ່ສາມາດ ຢູ່ໄດ້ ຢ່າງ ໂດດດ່ຽວ ຖ້າເຈົ້າ ຫາກ ເຮັດອັນໃດ ຫາກ ຫລົບຫລີກ ແລະ ຫລີກລ້ຽງ ຄວາມຈິງ ເທົ່າໃດ ຄື ເຈົ້າຈະໜີ ໄປ ບໍ່ພົ້ນ ສຸດທ້າຍ ເຈົ້າຈະ ຢູ່ ຢ່າງ ໂດດດ່ຽວ ມັນຊີ້ ໃຫ້ເຫັນ ຢ່າງ ຊັດເຈນ ລະຄື ການ ປະຊຸມ (ພາກ ປະຊາຊົນ ອາຊຽນ) ຫາລື ວ່າຈະໃຫ້ ລາວ ເປັນເຈົ້າພາບ ເຂົາບໍ່ໃຫ້ ເຂົາບໍ່ໃຫ້ ເຈົ້າເຮັດ ນັ້ນ ໝາຍຄວາມ ວ່າ ແນວໃດ".

ທ່ານ ຜູ້ຟັງ ກໍຕ້ອງລໍ ເບິ່ງວ່າ ອີກ 2 ເດືອນ ຈະມີ ຄໍາຕອບ ແນວໃດ ຈາກ ຣັຖບານ ວ່າ ຈະ ອະນຸຍາດ ໃຫ້ ຈັດ ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ໄດ້ ຢ່າງ ເສຣີ ປາສຈາກ ຄວາມ ຢ້ານກົວ ຂອງ ຜູ້ ເຂົ້າຮ່ວມ ທີ່ ເປັນ ຄົນລາວ. ແຕ່ໃນ ເວລາ ດຽວກັນ ໃນສ່ວນ ຂອງ ຣັຖບານ ລາວ ຈະໃຊ້ ເວທີ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຢູ່ ປະເທດ ລາວ ໃນປີ 2016 ໃຫ້ ເປັນ ໂອກາດ ເພື່ອ ປັບປຸງ ວຽກງານ ດ້ານ ສິດທິ ມະນຸດ ຫລືວ່າ ເວທີ ກອງ ປະຊຸມ ດັ່ງກ່າວ ຈະ ກາຍເປັນ ວິກິດການ ຄັ້ງໃໝ່ ສໍາລັບ ຣັຖບານ ລາວ ເອງ ກ່ຽວກັບ ເຣື້ອງ ສິດທິ ມະນຸດ.