ຄອມມຸຍນິສຍຶດຄອງລາວ !!
26.05.2015 - 03:38:33



ຄອມມຸຍນິສຍຶດຄອງລາວ !!

ນັກຣົບ ເກົ່າ ຊາວລາວ ແລະ ຊາວ ເຜົ່າມົ້ງ ລາວ ໃນ ສະຫະຣັຖ ມາຮ່ວມ ພິທີ ຄົບຮອບ 40 ປີ ທີ່ ປະເທດ ລາວ ຕົກຢູ່ ພາຍໃຕ້ ການ ຍຶດຄອງ ຂອງ ຄອມມຸຍນິສ, ແລະ ຊຸກຍູ້ ໃຫ້ ສະພາ ສະຫະຣັຖ ຮັບຜ່ານ ຮ່າງ ກົດໝາຍ ທີ່ ຈະ ອະນຸຍາດ ໃຫ້ ຊາວລາວ ແລະ ຊາວ ເຜົ່າມົ້ງ ລາວ ທີ່ ເຄີຍ ສູ້ຣົບ ຊ່ວຍ ສະຫະຣັຖ ໃນສມັຍ ສົງຄົມ ຫລັງຈາກ ເສັຽຊີວິດ ແລ້ວ ຈະມີສິດ ໄດ້ຝັງສົບ ໃນ ປ່າຊ້າ ແຫ່ງຊາດ ຂອງ ສະຫະຣັຖ ອະເມຣິກາ.

ທ່ານ Philip Smith ຜູ້ ອຳນວຍ ການ ສູນ ວິໄຈ ນະໂຍບາຍ ສາທາຣະນະ ທີ່ ຕັ້ງຢູ່ ນະຄອນ ຫລວງ ວໍຊິງຕັນ ກ່າວວ່າ ນັກຣົບເກົ່າ ລາວ ແລະ ມົ້ງ ພ້ອມດ້ວຍ ຄອບຄົວ ມາຈາກ ຫລາຍຣັດ ໃນ ສະຫະຣັຖ ອະເມຣິກາ, ໄດ້ ເຂົ້າຮ່ວມ ສະແດງ ຄວາມເສົ້າ ສລົດໃຈ ເນື່ອງໃນ ວັນ ຄົບຮອບ 40 ປີ ທີ່ ພຣະ ຣາຊອານາຈັກ ລາວ ຕົກຢູ່ ພາຍໃຕ້ ການ ຍຶດຄອງ ຂອງ ກຳລັງ ທະຫານ ວຽດນາມ ແລະ ກຳລັງ ທະຫານ ລາວ ຄອມມຸຍນິສ.

ສ່ວນທ່ານ Prasert Lee ປະທານ ອົງການ ມົ້ງ ທີ່ ຣັດ Alaska ກ່າວວ່າ ພວກທ່ານ ຂໍຂອບໃຈ ສະມາຊິກ ຣັຖສະພາ ສະຫະຣັຖ ທີ່ ສເນີ ຮ່າງ ກົດໝາຍ ອີກ ເທື່ອນຶ່ງ ເພື່ອ ຮັບຮູ້ ການ ປະກອບ ສ່ວນ ຂອງ ນັກຣົບ ເກົ່າ ເຜົ່າມົ້ງ ໃນ ສມັຍ ສົງຄາມ ຢູ່ລາວ.

ເມື່ອ ວັນທີ 14 ແລະ 15 ເດືອນ ພຶສພາ ນີ້ ຊາວລາວ ແລະ ຊາວ ເຜົ່າມົ້ງ ທີ່ ມານັ້ນ ໄດ້ ພາກັນ ຈັດ ພິທິ ຣະນຶກ ເຖິງ ຊາວລາວ ແລະ ຊາວ ເຜົ່າມົ້ງ ທີ່ ເສັຽຊີວິດ ໃນ ສມັຍ ສົງຄາມ ຢູ່ລາວ ແລະ ໃນ ປີ 1975 ກຳລັງ ທະຫານ ຄອມມຸຍນິສ ວຽດນາມ ເໜືອ ແລະ ທະຫານ ລາວ ຄອມມຸຍນິສ ກໍໄດ້ ຍຶດ ອຳນາດ ຄອບຄອງ ປະເທດ ລາວ.

ເປັນທີ່ ສັງເກດ ວ່າ ຊາວລາວ ແລະ ຊາວ ເຜົ່າມົ້ງ ທີ່ ມາຮ່ວມ ນັ້ນ, ໄດ້ ພາກັນ ນຸ່ງ ຊຸດ ທະຫານ ແລະ ຊຸດ ວັທນະທັມ ລາວ ແລະ ເຜົ່າມົ້ງ.

ວັນຈາຣຶກຄຸນຄວາມດີ ນັກຣົບ ເກົ່າ

ເມື່ອ ວັນທີ 14 ພຶສພາ ຜ່ານມາ ນີ້ ນັກຣົບ ເກົ່າ ລາວ ແລະ ລາວມົ້ງ, ຢູ່ ສະຫະຣັຖ ອະເມຣິກາ ໄດ້ ຮ່ວມກັນ ສລອງ ວັນ ຈາຣຶກ ຄຸນງາມ ຄວາມດີ ທີ່ມີຊື່ ເປັນ ພາສາ ອັງກລິດ ວ່າ Appreciation Day, ທີ່ ອະດີດ ທະຫານ ຣາຊອານາຈັກ ລາວ, ປະກອບ ດ້ວຍ ຫລາຍ ຊົນເຜົ່າ ເປັນຕົ້ນ ຊົນເຜົ່າ ລາວລຸ່ມ ລາວມົ້ງ ລາວ ຂະມຸ ແລະ ຊົນເຜົ່າ ອື່ນໆ ໄດ້ ຮ່ວມມື ຊ່ວຍ ສະຫະຣັຖ ອະເມຣິກາ ໃນ ສົງຄາມ ຕ້ານ ການຂຍາຍ ຂອງ ລັດທິ ຄອມມູຍນິສ ໃນລາວ ປາງ ສົງຄາມ ວຽດນາມ ເມື່ອ 40 ປິີ ກ່ອນ.

ການສລອງ ວັນ ຈາຣຶກ ຄຸນງາມ ຄວາມດີ ມີຂຶ້ນ ທຸກໆ ປີF ຢູ່ ຣັຖ Wisconsin ຣັຖ Minnesota ແລະ ຣັຖ California. ວັນ ຈາຣຶກ ຄຸນງາມ ຄວາມດີ ທີ່ວ່ານີ້ ໄດ້ ຮັບການ ອະນຸມັດ ຈາກ ສະພາ ສູງ ສະຫະຣັຖ ອະເມຣິກາ ຫລັງຈາກ ອະດີດ ຜູ້ນໍາ ການ ທະຫານ ແຫ່ງ ຣາຊອານາຈັກ ລາວ ຫລາຍໆຄົນ ໄດ້ ຕໍ່ສູ້ ເພື່ອ ໃຫ້ ສະຫະຣັຖ ຮັບຮູ້ ຄຸນງາມ ຄວາມດີ ຂອງ ພວກຕົນ ທີ່ ໄດ້ ປະກອບ ສ່ວນ ຄຽງບ່າ ຄຽງໄລ່ ກັບ ກອງ ກໍາລັງ ທະຫານ ສະຫະຣັຖ ແຕ່ ການ ຮັບຮູ້ ຄຸນງາມ ຄວາມດີ ບໍ່ທັນ ຜ່ານ ເປັນ ກົດໝາຍ ເທື່ອ. ດັ່ງ ທ່ານ ເມົາຊົວຊົງ ປະທານ ສະມາຄົມ ນັກຣົບ ເກົ່າ ລາວ-ມົ້ງ ອະເມຣິກັນ ສາຂາ ຣັຖ Wisconsin ໄດ້ ເລົ່າ ຄວາມ ເປັນມາ ຂອງການ ສລອງ ໃຫ້ຟັງ ໃນ ວັນທີ່ 17 ພືສພາ ນີ້: ..ສຽງ..

ນັກຣົບ ເກົ່າ ລາວ ແລະ ລາວ-ມົ້ງ ຖືເອົາ ວັນທີ 14-15 ພືສພາ ເປັນ ວັນ ໄວ້ ອາໄລ ຄົບຮອບ 40 ປີ ທີ່ ກໍາລັງ ທະຫານ ຄອມມູຍນິສ ເຂົ້າ ຍຶດຄອງ ຣາຊອານາຈັກ ລາວ. ໃນ ວັນທີ 15 ພຶສພາ ນັກຣົບ ເກົ່າ ຊາວລາວ ລາວ-ມົ້ງ ຈາກ ຣັຖ ຄາລີຟໍເນັຽ, ອາລັສກາ ແລະ ມິນນີໂຊຕາ ທີ່ ພາກັນ ເດີນທາງ ມາ ນະຄອນ ຫລວງ ວໍຊິງຕັນ ດີຊີ ນັ້ນ ອັນນຶ່ງ ເພື່ອ ສະແດງ ຄວາມ ເຄົາຣົບ ແລະ ໄວ້ອາໄລ ນໍາ ນັກຣົບ ທີ່ ລົ້ມຫາຍ ຕາຍຈາກ ປາງ ສົງຄາມ ວຽດນາມ ທີ່ ແພ່ລາມ ມາ ລາວ ຢູ່ທີ່ ສຸສານ ແຫ່ງຊາຕ ເມືອງ ອາກລິງຕັນ ເຂດ ນະຄອນ ຫລວງ ວໍຊິງຕັນ ດີຊີ ບ່ອນທີ່ ອານຸສອນ ຂອງ ນັກຣົບ ນິຣະນາມ ລາວ ແລະ ລາວ-ມົ້ງ ຖືກ ຈາຣຶກ ໄວ້.

ພ້ອມດຽວ ກັນນັ້ນ ໄດ້ ພາກັນ ເດີນທາງ ໄປ ຫໍ ຣັຖສະພາ ສະຫະຣັຖ ເພື່ອ ຮ່ວມການ ເປັນ ພິຍານ ທີ່ ສະມາຊິກ ສະພາ ຫລາຍໆ ທ່ານ ໄດ້ ນໍາສະເໜີ ຮ່າງ ກົດໝາຍ ການ ຮັບຮູ້ ຄຸນງາມ ຄວາມດີ ຂອງ ນັກຣົບເກົ່າ ມົ້ງ ຫລັງຈາກ ຮ່າງ ກົດໝາຍ ນີ້ ບໍ່ຖືກ ສະພາ ສູງ ຮັບຜ່ານ ແລະ ແກ່ຍາວ ມາ ປະມານ 4 ປີ ກ່ວາໆ ແລ້ວ.