ການລົງທຶນເພີ່ມ ການສໍ້ໂກງ ເພີ່ມນໍາ !!
11.06.2015 - 09:33:41



ການ ເພີ່ມຂຶ້ນ ຂອງ ການ ລົງທຶນ ສ້າງ ໂຄງຮ່າງ ພື້ນຖານ ໃນລາວ, ເປັນ ໂອກາດ ອັນດີ ສໍາລັບ ນັກ ລົງທຶນ. ແຕ່ ໃນ ເວລາ ດຽວກັນ ກໍເປັນ ການສ່ຽງ ຕໍ່ການ ສໍ້ຣາສ ບັງຫລວງ ທີ່ ຈະ ຫລາຍຂຶ້ນ.

ຂ່າວ IHS Global Insight ໃນ ວັນທີ 5 ມີຖຸນາ 2015 ນີ້ ຣາຍງານ ວ່າ, ການ ສໍ້ຣາສ ບັງຫລວງ ຢູ່ ສປປ ລາວ ມີ ຢ່າງ ຫລວງ ຫລາຍ, ແລະ ການ ຮັບ ສິນບົນ ກໍມີຢູ່ ເລື້ອຍໆ ເພື່ອ ຮັບປະກັນ ໃຫ້ ໄດ້ ສັນຍາ ຫລື ຂໍ້ ຕົກລົງ ກ່ຽວກັບ ໂຄງການ ຕ່າງໆ.

ສປປ ລາວ ມີ ຣະບົບ ຍຸຕິທັມ ທີ່ີ ອ່ອນແອ, ຜູ້ ມີອໍານາດ ທາງ ການເມືອງ ເຂົ້າ ກ່ຽວຂ້ອງ ຢູ່ ສເມີ, ຂາດຄວາມ ໂປ່ງໄສ, ຮວມທັງ ຄວາມ ຮັບ ຜິດຊອບ ຂອງ ຣັຖບານ ກໍ ບໍ່ດີພໍ. ດັ່ງນັ້ນ ຈຶ່ງ ເຮັດໃຫ້ ນັກ ລົງທຶນ ມີ ຄວາມສ່ຽງ ຫຼາຍ. ຕົ້ນຕໍ ແລ້ວ ນັກ ລົງທຶນ ຕ່າງ ປະເທດ ມີ ຄວາມສ່ຽງ ຕໍ່ການ ສໍ້ຣາສ ບັງຫລວງ ຍ້ອນ ປັດຈັຍ ດັ່ງນີ້:

ການ ສໍ້ຣາສ ບັງຫລວງ ມີ ຫລາຍ ຢູ່ລາວ, ຍ້ອນມີ ພັກດຽວ ຄວບຄຸມ ຣັຖ, ຄວບຄຸມ ສັງຄົມ, ແລະ ທັງ ກວດກາ ສື່ມວນຊົນ ຮວມທັງ ສື່ສັງຄົມ ອອນລາຍ. ພັກ ປະຊາຊົນ ປະຕິວັດ ລາວ, ໃຊ້ ອໍານາດ ຂອງຕົນ ກີດກັນ ມວນຊົນ ບໍ່ໃຫ້ ຕໍານິ ເຈົ້າໜ້າທີ່, ເປັນຕົ້ນ ເຈົ້າໜ້າທີ່ ຂັ້ນນຳ ທີ່ ສໍ້ຣາສ ບັງຫລວງ.

ຈຶ່ງ ເປັນ ການຍາກ ທີ່ຈະ ຄໍານວນ ເບິ່ງ ຣະດັບ ການ ສໍ້ຣາສ ບັງຫລວງ ໃນລາວ, ຍ້ອນ ບໍ່ມີຄວາມ ໂປ່ງໄສ, ຂາດການ ເຂົ້າເຖິງ ຂໍ້ມູນ ຂ່າວສານ ຊຶ່ງ ແຫລ່ງຂ່າວ IHS ທີ່ ຕິດຕໍ່ ກັບ ນັກ ລົງທຶນ ທ້ອງຖິ່ນ ບອກວ່າ ມີ ບໍ່ພໍ ເທົ່າໃດ ເທື່ອ ທີ່ ທາງການ ລາວ ຈະ ເປີດເຜີຍ ເຖິງ ການ ສໍ້ຣາສ ບັງຫລວງ ໃຫ້ ມວນຊົນ ຮູ້.