ຣາຍງານສິດທິມະນຸດ ຢູ່ລາວ !!
23.06.2015 - 20:16:25



ຣາຍງານສິດທິມະນຸດ ຢູ່ລາວ !!


ຣັຖບານ ລາວ ຈະ ຣາຍງານ ຄວາມ ຄືບໜ້າ ຂອງ ການ ນັບຖື ສິດທິ ມະນຸດ ຢູ່ ລາວ ຕໍ່ ສະຫະ ປະຊາຊາດ ແລະ ຈະຮັບເອົາ ຂໍ້ສະເໜີ ຕ່າງໆ ມາ ປະຕິບັດ ຕໍ່ໄປ.

ຄນະ ຜູ້ ຕາງໜ້າ ຂອງ ຣັຖບານ ສປປລາວ, ຈະ ກັບໄປ ນະຄອນ ເຈນີວາ ປະເທດ ສະວິດເຊິແລັນ ອີກ ໃນ ວັນສຸກ ວັນທີ່ 19 ເດືອນ ມິຖຸນາ ປີ 2015 ນີ້, ເພື່ອ ເຂົ້າຮ່ວມ ກອງ ປະຊຸມ ສະຫະ ປະຊາຊາດ ວ່າດ້ວຍ ການ ນັບຖື ສິດທິ ມະນຸດ ໃນລາວ ຂັ້ນຕອນ ທີ່ 4.

ຈຸດປະສົງ ອັນທີ່ 1 ຂອງ ກອງ ປະຊຸມ, ແມ່ນ ເພື່ອໃຫ້ ທາງການ ລາວ ຣາຍງານ ຄວາມ ຄືບໜ້າ ຂອງ ການ ນັບຖື ສິດທິ ມະນຸດ ໃນລາວ, ໃນ ຣະຍະ 6 ເດືອນ ຜ່ານມາ, ຕໍ່ ສະຫະ ປະຊາຊາດ, ແລະ ຈຸດປະສົງ ອັນທີ່ 2 ທາງການ ລາວ ຈະ ປະກາດ ຮັບເອົາ ຂໍ້ສເນີ ໄປ ປັບປຸງ ການ ນັບຖື ສິດທິ ມະນຸດ ໃຫ້ ດີຂື້ນ, ຈັກຂໍ້ ແລະ ຂໍ້ໃດ ແດ່.

ສຳລັບ ຈຸດປະສົງ ອັນທີ 1 ຣັຖບານ ສປປລາວ ກໍ ຈະ ຣາຍງານ ວ່າ, ທາງການ ລາວ ໄດ້ ປັບປຸງ ການ ນັບຖື ສິດທິ ມະນຸດ ໃຫ້ ດີຂຶ້ນ ຕລອດ ມາ; ຕົວຢ່າງ ໄດ້ ຈັດ ກອງປະຊຸມ ສັມມະນາ ຝຶກ ອົບຮົມ ເຈົ້າໜ້າທີ່ ທາງການ ໃຫ້ ເຂົ້າໃຈ ແລະ ໃຫ້ ນັບຖື ສິດທິ ມະນຸດ, ແລະ ໄດ້ ຈັດ ພິທີ ສົ່ງເສີມ ສິດທິ ຂອງ ຜູ້ຍິງ ແລະ ເດັກນ້ອຍ.

ຕໍ່ ບົດ ຣາຍງານ ຂອງ ທາງການ ລາວ ໃນ ລັກສນະ ນີ້, ອົງການ ສິດທິ ມະນຸດ ສາກົນ ເຫັນວ່າ, ຣັຖບານ ລາວ ຣາຍງານ ດອກໄມ້, ບໍ່ຖືກ ກັບ ສະພາບ ຄວາມ ເປັນຈິງ; ທີ່ຈິງ ແລ້ວ ການ ນັບຖື ສິດທິ ມະນຸດ ຢູ່ລາວ ບໍ່ໄດ້ ດີຂື້ນ ເລີຍ, ກົງກັນຂ້າມ ກັບ ຂີ້ຮ້າຍ ລົງ; ເມື່ອ ກາງເດືອນ ທີ່ແລ້ວ ເຈົ້າໜ້າທີ່ ທາງການ ລາວ ກໍ ຈັບ ນາງ ຄຳພຸດ ມີຕັນ ຢູ່ ແຂວງ ໄຊຍະບຸຣີ, ໃນ ຂໍ້ຫາ ຖ່າຍຮູບ ເອົາ ເຈົ້າໜ້າທີ່ ຕຳຣວດ ຈາຣະຈອນ ທີ່ ຂູ່ ເອົາເງິນ ກັບ ຄົນ ຂັບຣົດ ແລ້ວ ນຳເອົາ ຮູບ ນັ້ນ ໄປ ລົງ ທາງ Facebook. ທາງການ ລາວ ບໍ່ດີໃຈ ພ້ອມທັງ ສົ່ງໄສ ວ່າ ນາງ ຄຳພຸດ ອາດ ໄດ້ຮັບ ການ ສນັບສນູນ ຈາກ ພວກ ຕໍ່ຕ້ານ ຣັຖບານ ກຸ່ມໃດ ກຸ່ມນຶ່ງ. ຍ້ອນ ດັ່ງນັ້ນ ນາງ ຄຳພຸດ ຈຶ່ງ ຖືກ ກັກຂັງ ຢູ່ຄຸກ ແຂວງ ໄຊຍະບຸຣີ ເປັນ ເວລາ ກວ່າ 1 ເດືອນ ແລ້ວ.

ກໍຣະນີ ທີ່ ຮ້າຍແຮງ ໄປ ກວ່ານັ້ນ ກໍຄື ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ສັງຄົມ ທີ່ ດີເດັ່ນ ໃນລາວ, ຣັຖບານ ສປປລາວ ກໍບໍ່ມີ ຄວາມ ກ້າວໜ້າ ແນວໃດ ໃນ ການ ສືບສວນ ແລະ ຊອກຫາ ທ່ານ ສົມບັດ ສົມພອນ. ທາງການ ລາວ ຍັງ ບໍ່ຍອມ ປະຕິບັດ ຕາມ ຄຳ ສເນີ ຂອງ ຕ່າງ ປະເທດ, ທີ່ ຮຽກຮ້ອງ ໃຫ້ ຣັຖບານ ລາວ ຈັດຕັ້ງ ຄນະ ກັມມະການ ນຶ່ງ ທີ່ ເປັນ ເອກກະຣາດ ຢ່າງ ແທ້ຈິງ ເພື່ອ ສືບສວນ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.

ທ່ານ Phil Robertson ຮອງ ຫົວໜ້າ ອົງການ ສິດທິ ມະນຸດ Human Rights Watch ປະຈຳ ເຂດ ເອເຊັຍ, ໃຫ້ ຄຳ ຄິດເຫັນ ກ່ຽວກັບ ການ ນັບຖື ສິດທິ ມະນຸດ ໃນລາວ ວ່າ: ຖ້າເບິ່ງ ໃນ ດ້ານ ການ ຄວບຄຸມ ກວດກາ ແລະ ຄວາມຢ້ານ ຂ້າພະເຈົ້າ ຄິດວ່າ ຂີ້ຮ້າຍ ລົງ ເພາະ ປະຊາຊົນ ລາວ ຍັງໄດ້ ຮັບ ຜົນກະທົບ ຈາກ ການ ບັງຄັບ ຫາຍສາບສູນ ໄປ ຂອງ ທ່ານ ສົມບັດ ສົມພອນ ນັ້ນຢູ່. ປະຊາຊົນ ລາວ ຄິດວ່າ ແມ້ແຕ່ ທ່ານ ສົມບັດ ສົມພອນ ທີ່ ເປັນ ບຸກຄົນ ສຳຄັນ ກໍຍັງ ຫາຍສາບສູນ ໄປ ໄດ້, ຊາວລາວ ທັມມະດາ ສາມັນ ກໍແຮງ ຈະ ຫາຍສາບສູນ ໄດ້ ງ່າຍໆ.

ຈຸດປະສົງ ອັນທີ່ 2 ຂອງ ກອງ ປະຊຸມ ຂັ້ນຕອນ ທີ 4 ເທື່ອນີ້, ກໍແມ່ນ ຄນະ ຜູ້ແທນ ລາວ ຈະ ແຈ້ງ ໃຫ້ ສະຫະ ປະຊາຊາດ ຮູ້ວ່າ, ຣັຖບານ ລາວ ຈະ ຮັບເອົາ ຄຳສເນີ ຂອງ ສະຫະ ປະຊາຊາດ ແລະ ຕ່າງ ປະເທດ ໄປ ປະຕິບັດ ຂໍ້ໃດ ແດ່ ແລະ ຈັກຂໍ້ ໃນ ຈຳນວນ ທັງໝົດ 196 ຂໍ້.

ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາ ທິປະໄຕ ໃນລາວ ໄດ້ ຊີ້ແຈງ ຣາຍຣະອຽດ ກ່ຽວກັບ ຈຸດປະສົງ ນີ້ວ່າ:

“ວັນທີ 17 ເດືອນ ມິຖຸນາ ປີ 2015 ນີ້ ຄື ເດືອນ ນີ່ນີ້, ອົງການ ສະຫະ ປະຊາຊາດ ເພິ່ນ ຈະ ຈັດ ກອງປະຊຸມ ຂັ້ນຕອນ ທີ 4 ສືບຕໍ່ ກອງ ປະຊຸມ ທົບທວນ ເຣື່ອງ ສິດທິ ມະນຸດ ຢູ່ ສປປລາວ; 6 ເດືອນ ຕໍ່ມາ ທາງການ ສປປລາວ ຈະຕ້ອງ ໃຫ້ ຄຳຕອບ ກັບ ສະຫະ ປະຊາຊາດ ວ່າ, ໃນ ຂໍ້ສເນີ ຂອງ ສະຫະ ປະຊາຊາດ 196 ຂໍ້ ນັ້ນ, ທາງການ ສປປລາວ ຈະ ຮັບ ປະຕິບັດ ຈັກຂໍໍ້.”

ຕໍ່ ຂໍ້ສເນີ ຕ່າງໆ, ບັນຫາ ໃຫຍ່ ກໍຄື, ຣັຖບານ ລາວ ຈະ ນຳໄປ ປະຕິບັດ ແທ້ ຫລືບໍ່ ແລະ ຈະ ປະຕິບັດ ໄດ້ບໍ່, ໂດຍ ສະເພາະ ຕໍ່ ຂໍ້ສເນີ ທີ່ວ່າ ຣັຖບານ ສປປລາວ ຕ້ອງເປີດ ໃຫ້ ປະຊາຊົນ ລາວ ມີສິດ ເສຣີພາບ ໃນ ດ້ານ ການເມືອງ, ການ ປາກເວົ້າ ອອກຂ່າວ, ໂຮມ ຊຸມນຸມ, ເຂົ້າຮ່ວມ ອົງການ ຈັດຕັ້ງ ແລະ ການໃຊ້ ອິນເຕີເນັດ. ຊາວລາວ ຫລາຍຄົນ ຕອບ ຄຳຖາມ ນັ້ນວ່າ, ບໍ່ພຽງແຕ່ ບໍ່ໄດ້ ເປີດໃຫ້ ປະຊາຊົນ ມີ ສິດ ເສຣີພາບ ເທົ່ານັ້ນ ພັກ ແລະ ຣັຖບານ ລາວ, ຍັງອອກ ດຳຣັດ ຄວບຄຸມ ການໃຊ້ ອິນເຕີເນັດ ຢ່າງ ເຂັ້ມງວດ, ຜູ້ໃດ ລົງ ຄຳຄິດ ຄຳເຫັນ ທີ່ ບໍ່ເປັນ ມິດ ຕໍ່ ທາງການ ລາວ, ຜູ້ນັ້ນ ກໍຈະຖືກ ປາບປາມ ທັນທີ່.

ປະຊາຊົນ ລາວ ບໍ່ມີ ສິດ ເສຣີ ຢ່າງ ເຕັມທີ່ ໃນການ ຈັດຕັ້ງ ອົງການ ຕ່າງໆ; ອົງການ ທີ່ ມີ ຢູ່ແລ້ວ ກໍບໍ່ ສາມາດ ເຄື່ອນໄຫວ ຢ່າງ ເປັນ ເອກກະຣາດ ໄດ້; ຕົວຢ່າງ ຄນະ ຜູ້ຕາງໜ້າ ອົງການ ຈັດຕັ້ງ ສັງຄົມ ທີ່ ໄປ ຮ່ວມ ກອງ ປະຊຸມ ພາກ ປະຊາຊົນ ຢູ່ ມາເລເຊັຽ ເມື່ອ ເດືອນ ກ່ອນ, ກໍບໍ່ ສາມາດ ຕັດສິນໃຈ ໄດ້ວ່າ, ຈະ ຈັດ ກອງປະຊຸມ ພາກ ປະຊາຊົນ ຂຶ້ນໄດ້ ໃນ ເວລາ ມີ ກອງປະຊຸມ ສຸດຍອດ ອາຊຽນ ໃນ ລາວ, ໃນທ້າຍ ປີໜ້າ ໄດ້ ຫລືບໍ່. ສະມາຊິກ ອົງການ ຈັດຕັ້ງ ສັງຄົມ ໃນລາວ ທ່ານນຶ່ງ ທີ່ ໄປຮ່ວມ ກອງປະຊຸມ ຢູ່ ມາເລເຊັຽ ນັ້ນ ເວົ້າວ່າ, ເຣື່ອງນີ້ ຕ້ອງຂຶ້ນ ກັບ ທາງການ ລາວ.

ສ່ວນ ເຈົ້າໜ້າທີ່ ກະຊວງ ການ ຕ່າງ ປະເທດ ລາວ ເວົ້າວ່າ ເຣື່ອງນີ້ ມີ ພາກສ່ວນ ອື່ນ ຮັບ ຜິດຊອບ.

ຄຳສເນີ ອີກ ຂໍ້ນຶ່ງ ທີ່ ປະຊາຊົນ ລາວ ຢາກໃຫ້ ຣັຖບານ ລາວ ປະຕິບັດ ກໍຄື ຂໍ້ທີ່ວ່າ ຣັຖບານ ລາວ ຕ້ອງ ນັບຖື ສິດທິ ຂອງ ປະຊາຊົນ ລາວ ເປັນຕົ້ນ ໃຫ້ ນັບຖື ສິດທິ ກ່ຽວກັບ ທີ່ດິນ; ຖ້າ ຍຶດເອົາ ທີ່ດິນ ຂອງ ປະຊາຊົນ, ຣັຖບານ ກໍຕ້ອງ ໃຫ້ ຄ່າ ຊົດເຊີນ ຢ່າງ ສົມເຫດ ສົມຜົນ; ຣັຖບານ ລາວ ຄວນ ທົບທວນ ເບິ່ງ ການໃຫ້ ສັມປະທານ ທີ່ດິນ ອັນ ຫລວງຫລາຍ ແລະ ຍາວນານ ໃຫ້ ແກ່ ຕ່າງ ປະເທດ ນັ້ນນຳ. ຂໍ້ນີ້ ແນ່ນອນ ຣັຖບານ ປະຕິບັດ ບໍ່ໄດ້; ເມື່ອ ອາທິດ ທີ່ແລ້ວ ນາຍທຶນ ຄົນນຶ່ງ ພ້ອມກັບ ເຈົ້າໜ້າທີ່ ທ້ອງຖິ່ນ, ກໍ ພາກັນ ເອົາ ໃບຕາດິນ ຂອບຄຳ ໄປ ສະແດງ ຕໍ່ ຊາວບ້ານ ໃນເຂດ ນະຄອນ ຫລວງ ວຽງຈັນ ແລະ ເວົ້າວ່າ ທີ່ດິນ ທີ່ ຊາວບ້ານ ທຳມາ ຫາກິນ ມາ ເປັນ ເວລາ ດົນນານ ນັ້ນ ເປັນດິນ ຂອງ ພວກເຂົາ ຂອງ ນາຍທຶນ. ຊາວບ້ານ ກໍບໍ່ຍອມ ງ່າຍໆ.