ຣັຖບານລາວຈະປັບປູງສິດທິ ມະນຸດ !!
30.06.2015 - 04:53:17



ຣັຖບານລາວຈະປັບປູງສິດທິ ມະນຸດ !!

ທາງການ ສປປລາວ ຮັບເອົາ ຂໍ້ສເນີ 116 ຂໍ້ ໃນຈໍານວນ ທັງໝົດ 196 ຂໍ້, ທີ່ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ມອບໝາຍ ໃຫ້ ໄປ ປະຕິບັດ, ເພື່ອ ປັບປຸງ ສິດທິ ມະນຸດ ຢູ່ ສປປ ລາວ.

ຫລັງຈາກ ປະຊຸມ ຮ່ວມກັບ ເຈົ້າໜ້າທີ່ ທາງການ ລາວ ທີ່ ນະຄອນ Geneva ປະເທດ Switzerland, ເມື່ອ ວັນທີ 25 ມິຖຸນາ 2015, ຄນະ ກັມການ ສິດທິ ມະນຸດ ສະຫະ ປະຊາຊາດ ອອກ ຖແລງການ ແຈ້ງວ່າ, ມີ ຄວາມ ແຕກຕ່າງ ຣະຫວ່າງ ຄໍາຖແລງ ຂອງ ຣັຖບານ ລາວ ແລະ ພາກ ປະຕິບັດ ທີ່ ມີຄວາມ ຄືບໜ້າ ໜ້ອຍ ທີ່ສຸດ ໃນການ ນັບຖື ສິດທິ ມະນຸດ ໃນລາວ, ນັບຕັ້ງແຕ່ ມີການ ທົບທວນ UPR ເມື່ອ ປີ 2010 ມາ.

ແລະ ວ່າ ທາງການ ລາວ ຮັບເອົາ ຂໍ້ສເນີ ທົ່ວໆໄປ ຫລາຍຂໍ້, ແຕ່ ບໍ່ຍອມຮັບ ຂໍ້ທີ່ ເວົ້າເຖິງ ການ ປະຕິບັດ ພັນທະ ຢ່າງ ຈິງຈັງ ແລະ ເປັນ ຮູປທັມ ເພື່ອ ຄວາມ ກ້າວໜ້າ ຂອງ ການ ປະຕິບັດ ສິດທິ ມະນຸດ. ຈຶ່ງ ເຮັດໃຫ້ ມີ ຄໍາຖາມ ວ່າ, ຣັຖບານ ລາວ ສເນີ ທີ່ ຈະ ປະຕິບັດ ສິດທິ ທີ່ ຕົນ ຮັບປາກ ນັ້ນ ແນວໃດ ໃນ ພາກ ຕົວຈິງ. ຍານາງ ວານີດາ ເທບສຸວັນ ປະທານ ຂະບວນການ ລາວ ເພື່ອ ສິດທິມະນຸດ ໄດ້ກ່າວ ຕໍ່ RFA ຕອນນຶ່ງ ວ່າ:

"ໃນ ຈໍານວນ 196 ຂໍ້ ນັ້ນ ເພິ່ນ ບໍ່ຮັບເອົາ ເກືອບ 80 ຂໍ້, ສ່ວນຫລາຍ ແມ່ນຂໍ້ ທີ່ ສໍາຄັນ ທີ່ສຸດ ກ່ຽວກັບ ບັນຫາ ຣະເມີດ ສິດທິ ມະນຸດ ໃນ ສປປລາວ ເຊັ່ນວ່າ ການ ປົກປ້ອງ ບຸກຄົນ ຕໍ່ການ ຫາຍສາບສູນ ແບບ ຖືກ ບັງຄັບ, ອີກ ອັນນຶ່ງ ກໍແມ່ນ ສິດ ເສຣີພາບ ໃນການ ປາກເວົ້າ ຂີດຂຽນ ຊຸມນຸມ".

ຖແລງການ ຂອງ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ເວົ້າອີກວ່າ, ຣັຖບານ ຫລາຍໆ ປະເທດ ໄດ້ ຍົກ ກໍຣະນີ ທ່ານ ສົມບັດ ສົມພອນ, ຊຶ່ງ ຄວາມ ເປັນຫ່ວງ ນັ້ນ ໄດ້ຮັບ ຄໍາຕອບ ຈາກ ຣັຖບານ ລາວ ແບບ ທີ່ ຮັບເອົາ ບໍ່ໄດ້. ແລະ ກໍ ບໍ່ໜ້າເຊື່ອ ເລີຍ ທີ່ ຣັຖບານ ລາວ ອ້າງວ່າ ຕົນເປີດ ຮັບຟັງ ຄໍາຄິດເຫັນ ແລະ ຄໍາສເນີ ທີ່ ຈະຊ່ວຍ ໃນການ ສືບສວນ ສອບສວນ.

ໃນເມື່ອ ຣັຖບານ ລາວ ປະຕິເສດ ການ ຊ່ວຍເຫລືອ ທາງດ້ານ ເທັກນິກ ຈາກ ຣັຖບານ ຫລາຍ ປະເທດ, ເພື່ອ ຮັບປະກັນ ການ ສືບສວນ ສອບສວນ ນັ້ນ ຢ່າງ ແທ້ຈິງ, ຣັຖບານ ຫລາຍ ປະເທດ ຈຶ່ງ ໄດ້ ແນະນໍາ ຊຸກຍູ້ ໃຫ້ ຣັຖບານ ລາວ ເອົາ ບາດກ້າວ ເຊົາ ຈໍາກັດ ສິດ ເສຣີພາບ ຂອງ ສະມາຄົມ, ຂອງ ການສະແດງ ຄວາມ ຄິດເຫັນ ແລະ ໂຮມ ຊຸມນຸມ ແບບ ສັນຕິ. ແຕ່ ຣັຖບານ ລາວ ບໍ່ໄດ້ ອະທິບາຍ ຢ່າງ ແຈ່ມແຈ້ງ ວ່າ ເປັນຫຍັງ ຈຶ່ງ ຮັບຜ່ານ ກົດຣະບຽບ ອິນເຕີເນັຕ ຊຶ່ງ ຂັດກັບ ສົນທິ ສັນຍາ ສາກົລ ວ່າດ້ວຍ ສິດທິ ພົລເຮືອນ ແລະ ການເມືອງ ທີ່ ລາວ ໄດ້ໃຫ້ ສັຕຍາບັນ ເມື່ອປີ 2009.