ຄົບຣອບ ໑໖ປີ ແຫ່ງຂະບວນລຸກຮື້ ໒໖ຕຸລາ ໑໙໙໙ !!
26.10.2015 - 21:30:05




ຖແລງການ ປາຣີ 26 ຕຸລາ 2015


ຄົບຣອບ 16 ປີ ແຮ່ງ ຂະບວນ ລຸກຮື້ 26 ຕຸລາ 1999 !!

ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ) ສແດງ ຄວາມ ວິຕົກ ກັງວົນ ເປັນ ຢ່າງຍີ່ງ ຕໍ່ ຊາຕາກັມ ຂອງ ຜູ້ນໍາ ຂະບວນ ລຸກ ຮື້ 26 ຕຸລາ 1999 ທີ່ ຖືກ ຈັບຕົວ ເປັນ ເວລາ 16 ປີ ຜ່ານມາ - ຫລື 5840 ວັນ - ໃນ ຂະນະ ຕຽມການ ປະທວ້ງ ໂດຍ ສັນຕິ ວິທີ ທີ່ ນະຄອນຫລວງ ວຽງຈັນ ເພຶ່ອ ຮຽກທວງ ເອົາ ຄວາມ ຍຸດຕິທັມ ດ້ານ ສັງຄົມ, ການ ປະຕິຣູບ ສູ່ ເສັ້ນທາງ ປະຊາທິປະໄຕ ແລະ ການ ນັບຖື ສິດທິ ມະນຸດ.

ທ່ານ ທອງປະເສີດ ເກື້ອກູນ, ນື່ງ ໃນ ຄະນະ ຜູ້ນໍາ ຂະບວນການ, ອາດ ຍັງມີ ຊີວິດ ຢູ່ ໃນ ຄຸກ ຊໍາເຄ້, ນະຄອນ ວຽງຈັນ, ຢູ່ໃນ ສະພາບ ຢ່າງ ໄຮ້ ມະນຸສທັມ ໂດຍ ສອງຂ້າ ຖືກ ໜີບໃສ່ ກະບອກ ໄມ້ ຕລອດ ເວລາ. ໃນຈໍານວນ 5 ຄົນ, ຄາດວ່າ ອາດຈະມີ ຊີວິດ ຢູ່ ພຽງ 2 ຄົນ. ພວກ ເຮົາ ບໍ່ຊາບ ວ່າ ຜູ້ ທີ່ ສອງ ທີ່ ຍັງມີ ຊີວິດ ລອດ ຢູນັ້ນ ແມ່ນ ແສງອາລູນ ແພງພັນ ຫລື ບົວວັນ ຈັນມານິວົງ ຫລື ແກ້ວໃຈ.
ສວ່ນ ຄໍາພູວຽງ ສີສະອາດ ນັ້ນ ໃດ້ ເສັຍ ຊີວິດ ໄປແລ້ວ ເມື່ອປີ 2001 ຫລັງຈາກ ທີ່ ຖຶກ ທໍຣະມານ.

ສປປ ລາວ ຍັງ ສືບຕໍ່ ຕົວະ ປະຊາຄົມ ສາກົນ ກ່ຽວກັບ ກໍຣະນີ ຄະນະ ຜູ້ນໍາ ຂະບວນການ ລຸກຣື້ 26 ຕຸລາ 1999 ພອ້ມ ຍັງໃດ້ ປະຕິເສດ ບໍ່ຍອມ ຣັບວ່າ ໃດ້ ຈັບຕົວ ອິກ 9 ຄົນ ເມື່ອ ວັນທີ່ 2 ເດືອນ ພືສະຈິກາ 2009. ໃນນັ້ນ ມີ ນາງ ກີ່ງແກ້ວ, ນາງ ສົມຈິດ, ທ້າວ ສູ່ບີນ, ສວນ, ສີງປະສົງ, ໜູ, ສົມຄິດ ແລະ ສູລິຍາ ຊື່ງ ກໍ່າລັງ ຕຽມການ ປະທວ້ງ ແບບ ສັນຕິວິທີ ຮຽກທວງ ຍຸຕິທັມ ດ້ານ ສັງຄົມ ແລະ ການ ເຄົາຣົບ ສິດທິ ມະນຸດ. ສປປ ລາວ ຍັງ ດູມີ່ນ ແລະ ເມີນເສີຍ ເຊັນດ່ຽວກັນ ຕໍ່ ກໍຣະນີ ທ່ານ ສົມບັດ ສົມພອນ ຜູ່ນໍາ ຊື່ດັງ ຂອງ ອົງການ ສັງຄົມ ພົລະເຮືອນ ທີ່ ຫາຍສາບສູນ ຕໍ່ໜ້າ ຕໍ່ຕາ ຂອງ ເຈົ້າໜ້າທີ່ ຕໍ່າຣວດ ເມື່ອ ວັນທີ່ 15 ກັນຍາ 2012.

ເນື່ອງໃນ ໂອກາດ ວັນ ຄົບຣອບ 16 ປີ ຂອງ ຂະບວນ ລຸກຮື້ 26 ຕຸລາ 1999 ຂະບວນການ ລາວ ເພຶ່ອ ສິດທິ ມະນຸດ ຮຽກຮອ້ງ ອິກ ຄັ້ງ ໃໝ່ ຕໍ່ ປະຊາຄົມ ສາກົນ ໂດຍ ສະເພາະ ຕໍ່ ສະຫະພາບ ຢູໂຣບ ໃຫັ ທໍາການ ກົດດັນ ໃຫ້ ສປປ ລາວ ປອ່ຍ ຕົວ ຜູ້ຖຶກຈັບ ແລະ ຜູ້ ທີ່ ຫາຍສາບສູນ ທັງໝົດ.
ຂະບວນການ ລາວ ເພຶ່ອ ສິດທິ ມະນຸດ ຮຽກທວງ ໃຫ້ ສະຫະພາບ ຢູ່ໂຣບ ສວຍໄຊ້ ເງື່ອນໄຂ ຂອງ ສັນຍາ ເສຖກິດ ແລະ ການເມືອງ ເພື່ອ ພັກດັນ ໃຫ້ ທາງການ ສປປ ລາວ ພັທະນາ ສະຖານະພາບ ດ້ານ ສິດທິ ມະນຸດ ໃນ ປະເທດ ໃຫ້ ດີຂື້ນ.