Romance

ວັນນະຄະດີ

10/25/2008

ຄຳນຳ:

ວັນນະຄະດີ ມາຈາກ ຄຳວ່າ ວັນນະ ແລະ ຄະດີ . ວັນນະ ຄື ຄວາມງາມ , ຄະດີ ແມ່ນ ທາງ

ວັນນະຄະດີ ແມ່ນທາງ ແຫ່ງຄວາມງາມ ຫລື ຄວາມງາມ ຂອງ ພາສາ.

ວັນນະຄະດີ ປະກອບດ້ວຍ ວັນນະຄະດີ ຂຽນ ແລະ ວັນນະຄະດີ ພື້ນເມືອງ (ປາກເປົ່າ).

ວັນນະຄະດີ ດ້ານລາຍລັກອັກສອນ ໄດ້ຖືກກຳເນີດຂື້ນມາໃນສມັຍອະນາຈັກລ້ານຊ້າງ ຢູ່່ພາຍໄຕ້ການ

ປົກຄອງຂອງເຈົ້າຟ້າງຸ່ມ ( 1316-1371 ).

ວັນນະຄະດີ ຂຽນນີ້ ແບ່ງອອກເປັນຫລາຍພາກ : ນິທານ,ປວັດສາດ,ກະວີ,ນິຍາຍ...ດັ່ງນີ້ເປັນຕົ້ນ.

ໃນຈຳນວນນິຍາຍຕ່າງໆ, ຮັກ ແລະ ຄິດເຖິງ ລາວ ເປັນຜົນງານຂອງນັກຂຽນຫນຸ່ມ ເຈົ້າຂອງ

ນາມປາກກາ ຫ້າ ສູນສູນ. ໃນຊື່ຂອງນິຍາຍ,ທ່ານຈະເຫັນຄຳວ່າ ລາວ ຊຶ່ງຫມາຍເຖິງ ນາງໃນດວງໃຈ

ແລະ ປະເທດຊາດ ອັນເປັນທີ່ ຮັກ ແລະ ຫວງແຫນ.ນັກຂຽນບາງທ່ານ ຂຽນນິຍາຍເພື່ອຄວາມເພີດເພີນ

ຢ່າງດຽວ.ແຕ່ ຫ້າສູນສູນ ບໍ່ພຽງແຕ່ຈະບັລຍາຍເຖິງຄວາມຮັກຣະຫວ່າງຫນຸ່ມສາວເທົ່ານັ້ນ ແຕ່ຍັງໄດ້

ຖ່າຍທອດອອກ ເຖິງຄວາມຮັກຊາດ.ນິຍາຍເຮື່ອງນີ້ ຈຶ່ງສົມຄວນໄດ້ຣັບການສນັບສນູນຈາກທ່ານ.ຂໍຈົ່ງ

ອ້າແຂນຮັບເອົາ ຮັກ ແລະ ຄິດເຖິງລາວ ໄວ້ຢູ່ໃນອ້ອມໃຈຂອງທ່ານ.

ວັນນະຄະດີ ແມ່ນຄວາມງາມຂອງພາສາ,ຕລາດນັດແຫ່ງແນວຄິດຈິດໃຈ,ແວ່ນແຍງ ແຫ່ງຄວາມ ສີວິໄລ

ແລະສັນຍາລັກຂອງປະເທດຊາດ. ຈາກ ມາຣິທອນ ສີຍາວົງ-ກລົດເຕ.

)))))))))))))))))))))))))))))))))))))))))))))))))))))))))))))))))) ))))))))))))))))))))))))))))))))))))))))))))))))))))))))))))))))))))))))))))))))))

ຄວາມຮັກຫວານ ຜ່ານເປັນເສົ້າ ເມື່ອເຂົາຈາກ

ຮັກພຽງປາກ ຫລອນຫລອກ ໃຫ້ຂື່ນຂົມ

ຕັດສຳພັນເຍື້ອໄຍ ໃຫ້ຣະທົມ ນາງສຸກສົມປ່ອຍຊາຍ ໄປວິວາ....

ຂໍໃຫ້ນ້ອງໄດ້ພົບສຸກ ແລະ ສົດຊື່ນທຸກວັນຄືນໃນຮັກທີປາຖນາ

ຂໍອ່ວຍໄຊ ໃຫ້ໂຊກດີເຖີດຂວັນຕາ ຮັກຜ່ານມາ ຮັກ ແລະ ຄິດເຖິງ.. ຝາກໃຫ້ນາງ...

(ຫາກຜູ້ຂຽນໃສ່ນາມວ່າ ແສງເດືອນ ແລະ ແສງຕາວັນນັ້ນ ກໍເພາະວ່າ ໃນ ຄວາມຮັກ ຈະມີ ຍິງກັບຊາຍ

ສົມຫວັງ ແລະ ຜິດຫວັງ ເຫມືອນກັບ ແສງອາທິດ ແລະແສງເດືອນ ທີຈະຢູ່ ຄູ່ໂລກນີ້ ແຕ່ ແສງຕາວັນ

ຂອງ ແສງເດືອນ ໃນນິຍາຍ ໄດ້ສ່ອງແສງບົນຟ້າໃຫມ່ໄປແລ້ວ.....ເຫລືອໄວ້ພຽງ (( ຮັກ..ແລະ..ຄິດເຖິງລາວ.))

)))))))))))))))))))))))))))))))))))))))))))))))))))))))))))) ))))))))))))))))))))))))))))))))))))))))))

....ລາວເອີຍ ! ສັດຈະວ່າໄວ້:ສັນຕິພາບ ,ເອກຣາດ,ເປັນກາງ,ປະຊາທິປະໄຕ,ເອກພາບ ແລະ

ວັທນາຖາວອນ ກ່ອນນັ້ນຢຸ່ໃສ? ຫລືວ່າ ເປັນເພີ່ນໄປເລີຍເສັຽແລ້ວ ??.

(.. ຄວາມຮັກ ທີຂ້ອຍມີຕໍ່ເຈົ້າ ເທົ່າກັບ ຄວາມຮັກ ທີ ຂ້ອຍມີຕໍ່ຊາດບ້ານເມືອງຂອງຂ້ອຍ..)

-ຂ້ອຍຮັກ ສອງຢ່າງ ຄື :ເຈົ້າ ແລະ ປະເທດຊາດລາວຂອງເຣົາ.

ແລະ ຄວາມຝັນຄັ້ງສຸດທ້າຍ ຂໍມອບໃຫ້ເຈົ້າເທົ່ານັ້ນ. ຫ້າສູນສູນ

)))))))))))))))))))))))))))))))))))))))))))))))))))))))))))))))))) )))))))))))))))))))))))))))))))))))))))))))))))))))))))))))))))))))))))))))))))))))))))))

ປໂຣດຕິດຕາມອ່ານໄດ້ ໃນໂອກາດອັນຫມໍ່ໆນີ້!!!!!!!!!!!!!!!!!