Romance

ຕອນ໑

02/19/2014

ຮັກ ແລະ ຄີດເຖີງ ລາວ.

ຄວາມຮັກຫວານຜ່ານເປັນເສົ້າ ເມື່ອເຂົາຈາກ ຮັກພຽນປາກ ຫລອນຫລອກ ໃຫ້ຂື່ນຂົມ ຕັດສຳພັນເຍື້ອໄຍໃຫ້ຣະທົມ ນາງສຸກສົມ ປ່ອຍຊາຍໄປວິວາ...ຂໍໃຫ້ນ້ອງ ໄດ້ພົບສຸກແລະສົດຊື່ນ ທຸກວັນຄືນໃນຮັກທີປາຖນາ ຂໍອ່ວຍໄຊໃຫ້ໂຊກດີເຖີງຂວັນຕາ ຮັກຜ່ານ ແລະຄີດເຖີງ ຝາກໃຫ້ນາງ .(ຫາກຜູ້ຂຽນໃສ່ນາມວ່າ ແສງເດືອນ ແລະແສງຕາວັນນັ້ນ ກໍເພາະວ່າ ໃນຄວາມຮັກ ຈະຕ້ອງມີຍີງກັບຊາຍ ສົມຫວັງແລະຜີດຫວັງ ເຫມືອນກັບແສງອາທີດແລະແສງຈັນທີ່ຢູ່ຄູ່ໂລກນີ້ ແຕ່ແສງຕາວັນຂອງແສງເດືອນໃນນິຍາຍ ໄດ້ສ່ອງແສງບົນຟ້າໃໝ່ໄປແລ້ວ ່ເຫລືອໄວ້ພຽງແຕ່ '' ຮັກ ແລະ ຄິດເຖີງ ລາວ ". ຄວາມຮັກທີຂ້ອຍມີຕໍ່ເຈົ້າໃນອະດີດ ເທົ່າກັບ ຄວາມຮັກທີຂ້ອຍມີຕໍ່ຊາດບ້ານເມືອງຂອງຂ້ອຍໃນປະຈຸບັນ.ຈາກ ຫ້າສູນ

ສບາຍດີອ້າຍແສງເດືອນ,

ຕາວັນຂຽນຈ.ມມານີ້ກໍບໍ່ມີຫຍັງຫຼາຍພໍພຽນຂຽນມາເລົ່າອ້າຍແສງເດືອນວ່າ ຕາວັນຈະໄດ້ແຕ່ງງານໃນວັນທີ໖ ເດືອນສີບສອງນີ້.ເຖີງຢ່າງໃດກໍຕາມ ຄີດວ່າເຮົາບໍ່ແມ່ນສາຍແນນດຽວກັນ ຕາວັນກໍຈະຖືອ້າຍເດືອນເປັນໝູ່ ເປັນເພື່ອນມິດ ເປັນພີ່ນ້ອງກັນຕໍ່ໄປ.ຖາມຂ່າວຫາຍາພໍ່ຍາແມ່ອ້າຍເດືອນແລະໝົດທຸກຄົນໃຫ້ຕາວັນແນ່ເດີ ອ້າຍເດືອນໄດ້ໄປຫລີ້ນນຳນຳພວກນາງບີກ ອ້າຍຖຳເລື້ອຍຢູ່ບໍ?ອ້າຍເດືອນຍັງເຮັດການຢູ່ບ່ອນເກົ່າບໍ?ສ່ວນຕາວັນກໍຍັງເຮັດຢູ່ບ່ອນເກົ່າ ພວກຕາວັນກໍວາ່ຈະມາທ່ຽວພີ້ຈັກສອງສາມທິດ ແຕ່ວ່າບໍ່ມີເວລາແລະ ກໍຍັງມີຫຼາຍແນວທີຈະວີ່ງເຕັ້ນ ເລີຍຄົງຈະບໍ່ໄດ້ມາ.ອ້າຍເດືອນເດ໊ ປານໃດ ຖ້າຮອດມື້ແລ້ວ ຢ່າລືມສົ່ງຂ່າວໃຫ້ຕາວັນແນ່ເດີ .ສຸດທ້າຍ ຂໍໃຫ້ອ້າຍເດືອນຈົ່ງໂຊກດີໄວໆນີ້ເດີ.

ຈາກ ແສງຕາວັນ .